ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ກຸ່ມ​ໃຫ້​ຄຳ​ປຶກ​ສາ AIPA ຄັ້ງ​ທີ 12

(VOVWORLD) -ກອງປະຊມ ກຸ່ມໃຫ້ຄຳປຶກສາ ສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 12 (AIPA Caucus 12) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ ດ້ວຍຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູລະບົບການສະໜອງ ແລະ ຍູ້ແຮງການເຊື່ອມຕໍ່ການຄ້າ”.
ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມກ​ອງ​ປະ​ຊຸມ​ກຸ່ມ​ໃຫ້​ຄຳ​ປຶກ​ສາ AIPA ຄັ້ງ​ທີ 12 - ảnh 1ຜຸ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມການລົງນາມຮັບຮອງເອົາບົດລາຍງານກອງປະຊຸມ AIPA Caucus 12 (ພາບ: TTXVN)

ວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ,  ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານ ຫວູຫາຍຮ່າ, ຫົວໜ້າກຳມາທິການການຕ່າງປະເທດ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊມ ກຸ່ມໃຫ້ຄຳປຶກສາ ສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 12 (AIPA Caucus 12) ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ. ກອງປະຊຸມມີຫົວຂໍ້ “ເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູລະບົບການສະໜອງ ແລະ ຍູ້ແຮງການເຊື່ອມຕໍ່ການຄ້າ”; ດ້ວຍເນື້ອໃນສຸມໃສ່ປຶກສາຫາລືກ່ຽວກັບສະພາບການປະຕິບັດມະຕິສະບັບຕ່າງໆຂອງສະມັດຊາໃຫຍ່ AIPA ຄັ້ງທີ 41, ພ້ອມດ້ວຍບົດລາຍງານແຫ່ງຊາດ, ຂໍ້ສະເໜີທີ່ກ່ຽວຂ້ອງເຖິງຫົວຂໍ້ຂອງກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ຍົກອອກບັນດາຂໍ້ສະເໜີສຳລັບລັດຖະສະພາສະມາຊິກ AIPA.  ນັ້ນແມ່ນ ບັນດາປະເທດສະມາຊິກ ສືບຕໍ່ສຳຫຼວດກວດຄືນ ແລະ ສ້າງກອບນິຕິກຳໃຫ້ສົມບູນແບບ ເພື່ອເອື້ອອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ, ຮັບປະກັນໃຫ້ສິນຄ້າຈໍລະຈອນ ແລະ ບັນດາລະບົບການສະໜອງໃນພາກພື້ນບໍ່ຖືກຂາດວັກຂາດຕອນ. ຊຸກຍູ້ການໃຫ້ສັດຕະຍາບັນບັນດາສົນທິສັນຍາການຄ້າເສລີ; ເພີ່ມທະວີການຕິດຕາມກວດກາລັດຖະສະພາໃນການປະຕິບັດບັນດາຄຳໝັ້ນສັນຍາກ່ຽວກັບການລົງທຶນ ແລະ ການຄ້າ ໃນຂອບເຂດພາກພື້ນ ແລະ ສາກົນ. ສ້າງຕັ້ງແບບວິທີໃໝ່ໃນການຊຸກຍູ້ການພົວພັນການຄ້າສອງຝ່າຍ ແລະ ສົ່ງເສີມຕະຫຼາດ ຜ່ານບັນດາຮູບການທາງອອນລາຍ. ຮັກສາບັນດາຄຳໝັ້ນສັນຍາເປີດປະຕູຕະຫຼາດ ເພື່ອເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູ ແລະ ລັກສະນະຍືນຍົງຂອງລະບົບສະໜອງໃນພາກພື້ນ.  ຕັ້ງໜ້າຍາດແຍ່ງກາລະໂອກາດຈາກສົນທິສັນຍາການຄ້າໃໝ່ສະບັບຕ່າງໆ. ເພີ່ມທະວີການພັດທະນາຕະຫຼາດໃນພາກພື້ນ, ສ້າງບັນດາລະບົບການສະໜອງໃຫ້ຕະຫຼາດພາກພື້ນໃຫ້ສົມບູນແບບ. ພັດທະນາລະບົບ logistics ໜູນຊ່ວຍລະບົບການສະໜອງ. ເພີ່ມທະວີການໝູນໃຊ້ເຕັກໂນໂລຢີດີຈີຕອນໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ; ຊຸກຍູ້ການຈຳໜ່າຍສິນຄ້າຜ່ານລະບົບການຄ້າເອເລັກໂຕນິກ.

        ສະຫຼຸບກອງປະຊຸມ, ຜູ້ແທນບັນດາປະເທດໄດ້ຮັບຮອງເອົາບົດລາຍງານ ກອງປະຊຸມ AIPA Caucus 12 ແລະ ເປັນເອກະພາບນຳກັນວ່າ AIPA Caucus 13 ຈະຖືກຈັດຂຶ້ນຢູ່ ໄທ. 

ຕອບກັບ

ຂ່າວ/ບົດ​ອື່ນ