ຄະນະຜູ້ແທນສະພາແຫ່ງຊາດວາງດອກໄມ້ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍຢູ່ ຊູແອັດ

ຄະນະຜູ້ແທນສະພາແຫ່ງຊາດວາງດອກໄມ້ອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດກໍ່ການຮ້າຍຢູ່ ຊູແອັດ - ảnh 1
ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ວາງ​ດອກ​ໄມ້​ອາ​
ໄລ​ຫາ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​​​ໃນ​ເຫດ​ກໍ່​ການ​ຮ້າຍ​ຢູ່ ຊູ​ແອັດ


(vovworld) - ຕອນ​ເຊົ້າ​ວັນ​ທີ 08/04 (ຕາມ​ເວລາ​ທ້ອງ​ຖິ່ນ) ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້ລົງ​ຖະໜົນ Darottninggatan ນະຄອນ Stockholm ຊູ​ແອັດ ​ເຊິ່ງ​ແມ່ນສະຖານ​ທີ່​ເກີດ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລົດ​ບັນທຸກ ​ເຮັດ​ໃຫ້​ຫລາຍ​ຄົນ​ເສຍ​ຊີວິ​ດ ​ແລະ ຮັບ​ບາດ​ເຈັບ ​ເພື່ອ​ວາງ​ດອກ​ໄມ້​ອາ​ໄລ​ຫາ. ທ່ານ ​ເຈືອງ​ມີ​ງຕ໋ວນ ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ ​​ໄດ້​ແບ່ງ​​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ປະຊາຊົນ ຊູ​ແອັດ, ທ່ານ ​ເຈືອງ​ມີ​ງຕ໋ວນ ກ່າວ​ວ່າ

        “ພວກ​ຂ້າພະ​ເຈົ້າ​ກ່າວ​ປະນາມ​ທຸກ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເລັ່ງ​ໃສ່​ປະຊາຊົນ. ພວກ​ຂ້າພະ​ເຈ​ົ້າຫວັງ​ວ່າ ປະຊາຊົນ ຊູ​ແອັດ ຈະຜ່ານ​ຜ່າຄວາມ​ເສົ້າ​ສະຫຼົດ​ໃຈ ສືບ​ຕໍ່​ນຳ​ປະ​ເທດ​ ຊູ​ແອັດ ພັດທະນາ”.

        ຂອບ​ໃຈອາລົມ​ຈິດ​ຂອງ​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ຫວຽດນາມ ທີ່​ສະຫງວນ​​ໃຫ້​ປະຊາຊົນ ຊູ​ແອັດ, ອະດີດ​ເຈົ້າ​ຄອງນະຄອນ Stockholm ທ່ານ Karin Wanngard ​ໃຫ້​ຮູ້​ວ່າ: ອຳນາດ​ການ​ປົກຄອງ​ນະຄອນຫລວງ Stockholm ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ ພວມ​ປະຕິບັດວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຈາກ​ເຫດ​ບຸກ​ໂຈມ​ຕີຢ່າງ​ຮີບ​ດ່ວນ.


ຕອບກັບ

ຂ່າວ/ບົດ​ອື່ນ