ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ລາວ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ

( vovworld.vn ) ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ ລາວ ​ແຕ່​ວັນ​ທີ 7 ຫາ​ວັນ​ທີ 13 ກຸມພາ, ວັນ​ທີ 8 ກຸມພາ​ ຄະນະ​ຜູ້​ແທນ​ສະມາຄົມ​ມິດ​ຕະພາບ ຫວຽດນາມ - ລາວ ​ໂດຍ​ທ່ານ​ຮອງ​ປະທານ​ສະມາຄົມ ຫງວຽນຮຸຍກວາງ ນຳ​ໜ້າ​ມີ​ການ​ເຈລະຈາ​ກັບຄະນະ​ຜູ້​ແທນສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດ ວິ​ໄລ​ວົງ ບຸດ​ດາ​ຄຳ ນ້ຳໜ້າ. ສອງຝ່າຍ​ໄດ້​ຕີ​ລາຄາ​ວ່າ, ສູນ​ກາງສະມາຄົມ​​ກໍ່​ຄື​ບັນດາສະມາຄົມ​ມິດຕະພາບ​​ລະຫວ່າງສອງປະ​ເທດຢູ່​ທ້ອງ​ຖີ່​ນຕ່າງໆ ໄດ້​ຜັນ​ຂະຫຍາຍ​ບັນດາ​​​ໂຄງການ​ເຄື່​ອນ​ໄວ​ເປັນ​ຢ່າງ​ດີ, ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່​ອຊຸກຍູ້​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ຂອງສອງປະ​ເທດ, ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ແບບ​ພິ​ເສດ ​ແລະ ຮອບດ້ານ​ລະຫວ່າງສອງປະ​ເທດ, ພິເສດແມ່ນຕີລາຄາສູງ ບັ້ນຂົນຂວາຍຂຽນ ບົດກ່ຽວກັບຫົວຂໍ້ “ ຫວຽດ - ລາວ ​ໃນ​ດວງ​ໃຈ​ຂອງ​ຂ້ອຍ ” ​ແລະ ບັນດາ​ລາຍການ​ພົບ​ປະ​ແລ​ກປ່ຽນ​ດ້ານ​ວັດທະນະທຳ, ສິະລະ​ປະ​ດ້ວຍ​ຫົວ​ຂໍ້ວ່າ “ ປະທານ​ໂຮ່ຈິ​ມິ​ງ - ປະທານ​ໄກ​ສອນ ພົມວິຫານ ”, ປີ່ນ​ປົ່ວ​ພະຍາດ​ໃຫ້​ແກ່​ປະຊາຊົນ… ທີ່​ໄດ້​ສ້າງ​ອາລົມ​ຈິດ​ອັນ​ດີງາມ​ໃຫ້​ແກ່​ປະຊາຊົນຂອງສອງປະ​ເທດ.
ຂ່າວ/ບົດ​ອື່ນ