ຄະນະຜູ້ແທນຫວຽດນາມ ປະຈຳເຊີແນວ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ

(VOVWORLD) -ຄະນະພະນັກງານຄະນະຜູ້ຕາງໜ້າຫວຽດນາມ ແລະ ຫ້ອງການຕາງໜ້າອົງການຂອງຫວຽດນາມ ປະຈຳເຊີແນວ ໄດ້ຕັ້ງໜ້າປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ອົງການຂອງຕົນ
ຄະນະຜູ້ແທນຫວຽດນາມ ປະຈຳເຊີແນວ ສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ - ảnh 1

ວັນທີ 08 ມີນາ, ຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງອື່ນໆຢູ່ເຊີແນວ, ປະເທດສະວິດ, ໄດ້ຈັດງານພົບປະສ້າງສັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສອງພະນາງຈຶງລຸກຮື້ຂຶ້ນຄົບຮອບ 1981 ປີ ແລະ ວັນແມ່ຍິງສາກົນ 08 ມີນາ ຄົບຮອບ 111 ປີ (08 ມີນາ 1910 – 08 ມີນາ 2021). ຢູ່ທີ່ນີ້, ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳເຊີແນວ ເລທິຕ໊ວຽດມາຍ ເນັ້ນໜັກວ່າ: ໝູ່ຄະນະພະນັກງານຄະນະຜູ້ຕາງໜ້າຫວຽດນາມ ແລະ ຫ້ອງການຕາງໜ້າອົງການຂອງຫວຽດນາມ ປະຈຳເຊີແນວ ໄດ້ຕັ້ງໜ້າປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ອົງການຂອງຕົນ ແລະ ໄດ້ເປັນກຽດປະກອບສ່ວນເຂົ້າໃນວຽກງານຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ບັນດາເວທີປາໄສຫຼາຍຝ່າຍຢູ່ເຊີແນວ, ພ້ອມກັນນັ້ນ ກໍ່ມີຄວາມເອກອ້າງທະນົງໃຈຍ້ອນບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ ເຊິ່ງປະຊາຄົມສາກົນໄດ້ໃຫ້ຄວາມຊົມເຊີຍ. ທ່ານນາງເອກອັກຄະລັດຖະທູດຫວຽດນາມ ຢືນຢັນວ່າ, ຫວຽດນາມ ສືບຕໍ່ຊຸກຍູ້ການຮັບປະກັນຄວາມສະເໝີພາບຂອງແມ່ຍິງເຂົ້າໃນບັນດາຕຳແໜ່ງການນຳ ແລະ ຄຸ້ມຄອງຢູ່ຂັ້ນວາງແຜນນະໂຍບາຍ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ກຳລັງປະດິດຄິດສ້າງຂອງແມ່ຍິງ, ມຸ່ງໄປເຖິງການປະຕິບັດຄຳໝັ້ນສັນຍາບັນລຸເປົ້າໝາຍພັດທະນາແບບຍືນຍົງເລກທີ 5 ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ