ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM 47

ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ AMM 47 - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 08/08, ຢູ່ Nay Pyi Taw, ນະຄອນຫຼວງ​ຂອງ ມຽນມາ, ​ໄດ້​ດຳ​ເນີນ​ພິ​ທີ​ໄຂ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 47 (AMM 47) ​ແລະ ບັນດາ​ກອງ​ປະຊຸມ​ທີ່​ກ່ຽວຂ້ອງ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ລັດ​ຖະມົນຕີ​ການ​ຕ່າງປະ​ເທດ 10 ປະ​ເທດສະມາຊິກອາ​ຊຽນ ​ແລະ ບັນດາປະ​ເທດ​ຄູ່​ຮ່ວມ​ມື. ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເພື່ອ​ແນ​ໃສ່​ປັບປຸງ​ຄວາມ​ສາມັກຄີ ​ແລະ ການຮ່ວມ​ມື​ອາ​ຊຽນ, ສ້າງ​ປະຊາ​ຄົມ​ອາ​ຊຽນທີ່​ໝັ້ນ​ຄົງ, ​ເຂັ້ມ​ແຂງ, ​​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ໃຈກາງ​ໃນ​ການ​ຮັກສາ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ປອດ​ໄພ ​ແລະ ຮ່ວມ​ມື​ຢູ່​ໃນ​ພາກ​ພື້ນ; ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ມີ​ຄວາມ​​​ເລິກ​ເຊິ່ງກວ່າ​ອີກ, ປະກອບສ່ວນ​ເຂົ້າ​ໃນ​ຈຸດໝາຍ​ ​ແລະ ຜົນ​ປະ​ໂຫຍ​ດລວມ. ຕາມປົກກະຕິ​ແລ້ວ​ລາຍການ​ດຳ​ເນີນ​ງານ AMM 47 ລວມມີ ວາລະ​ໄຂ​ກອງ​ປະຊຸມ​ຄົບ​ຄະນະ, ວາລະ​ກອງ​ປະຊຸມ​ວົງ​ແຄບ, ວາລະ​ອັດ​ກອງ​ປະຊຸມ ​ແລະ ການ​ປະຊຸມ​ຂ່າວ​ຂອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມຽນມາ, ປະທານ AMM 47. ບັນດາ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ກັບ​ຄູ່​ຮ່ວມ​ມື ລວມທັງ: ອາ​ຊຽນ +1 (ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ, ອາ​ເມ​ລິ​ກາ, ອິນ​ເດຍ, ລັດ​ເຊຍ, ກາ​ນາ​ດາ, ອົດສຕາ​ລີ, ນິວຊີ​ແລນ); ອາ​ຊຽນ +3 (ຈີນ, ຍີ່ປຸ່ນ, ສ.​ເກົາຫຼີ); ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ອາຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 4 (EAS FMM 4) ​ແລະ ​ເວທີ​ປາ​ໄສ​ພາກ​ພື້ນ ARF 21.

ຂ່າວ/ບົດ​ອື່ນ