ຄະນະຜູ້ແທນຫວຽດນາມພົບປະສອງຝ່າຍຢູ່ນອກກອງປະຊຸມASEM12

ຄະນະຜູ້ແທນຫວຽດນາມພົບປະສອງຝ່າຍຢູ່ນອກກອງປະຊຸມASEM12 - ảnh 1
ກອງ​ປະ​ຊຸມ ASEM ຄັ້ງ​ທີ 12

(vovworld)-  ວັນ​ທີ 5/11, ຢູ່ ນອກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ຊີ -ເອີ​ລົບ (ASEM) ຄັ້ງ​ທີ 12, ທ່ານ ບູ່ຍ​ແທງ​ເຊີນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ທ່ານ Jonathan Taylor, ຮອງ​ປະ​ທານ​ທະ​ນາ​ຄານ​ລົງ​ທຶນ ເອີ​ລົບ (EIB), ເອກ​ອັກ​ຄະ​ລັດ​ຖະ​ທູດ Zhang Yan ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ ກອງ​ທຶນ ASEF, ທ່ານ​ນາງ Dubravka Jlejic Markovic, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ Croatia. ທ່ານ​ຮອງ​ປະ​ທານ EIB Jonathan Taylor ຕີ​ລາ​ຄາ​ສູງ​ການ​ພ​ົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ແລະ ເຊື່ອ​ໝັ້ນ​ວ່າ ເລື່ອງ​ຫວຽດ​ນາມ ແລະ ອີ​ຢູ ລົງ​ນາມ, ຜັນ​ຂະ​ຫຍາຍ​ສັນ​ຍາ​ການ​ຄ້າ​ເສ​ລີ ໃນ​ໄລ​ຍະ​ຈະ​ມາ​ເຖິງ ຈະ​ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ແຮງ. ທ່ານ​ຮອງ​ປະ​ທານ Jonathan Taylor ຢືນ​ຢັນ: EIB ພ້ອມ​ແລ້ວ​ຮ່ວມ​ມື​ຍາວ​ນານ​ກັບ​ຫວຽດ​ນາມ ໃນ​ຂົງ​ເຂດ​ຊື່ງ​ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ​ຢ່າງ​ຮີບດ່ວນຄື ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ.

ທີ່​ການ​ພົບ​ປະ​ກັບ​ຝ່າຍ Croatia, ຫົວ​ຫນ້າ​ຄະ​ນະ​ຜູ້​ແທນ Croatia ໃຫ້​ຮູ້​ວ່າ: Croatia ສະ​ຫນັບ​ສະ​ຫນູນ ເລື່ອງ ອີ​ຢູ ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ກັບ​ຫວຽດ​ນາມ ໂດຍ​ໄວ. ຝ່າຍ Croatia ກໍ​ສະ​ແດງ​ຄວາມ​ປາດ​ຖະ​ຫນາ​ຢາກ​ຮ່ວມ​ມື​ກັບ​ຫວຽດ​ນາມ​ໃນ​ທຸກ​ຂົງ​ເຂດ​ທີ່​ Croatia ມີ​ທ່າ​ແຮງ​ ແລະ ຢືນ​ຢັນ: ສອງ​ຝ່າຍ​ເຫັນ​ດີ​ຈະ​ສືບ​ຕໍ່​ຮັກ​ສາ​ການ​ພົບ​ປະ​ແລກ​ປ່ຽນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ທີ່​ບັນ​ດາອ​ົງ​ການ​ຈັດ​ຕັ້ງ ແລະ ເວ​ທີ​ປາ​ໄສ​ສາ​ກົນ.

 

ຂ່າວ/ບົດ​ອື່ນ