ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ MCIS – 8 ຢູ່ລັດເຊຍ

(VOVWORLD) -ຄາດວ່າ, MCIS – 8 ລວມມີວາລະປະຊຸມຄົບຄະນະ 4 ຄັ້ງ, ວາລະປະຊຸມພິເສດ 4 ຄັ້ງ ແລະ ບັນດາການເຄື່ອນໄຫວພົບປະ 2 ຝ່າຍຢູ່ນອກກອງປະຊຸມ.

ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນ MCIS – 8 ຢູ່ລັດເຊຍ - ảnh 1 ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ,

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ

(ພາບ: TTXVN)

ຄະນະຜູ້ແທນການທະຫານຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ໂດຍ ພົນໂທ ຟານວັນຢາງ, ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າ ໄດ້ເຂົ້າຮ່ວມກອງປະຊຸມຄວາມໝັ້ນຄົງສາກົນມົດສະກູ ຄັ້ງທີ 8 (MCIS - 8), ຢູ່ສະຫະພັນລັດເຊຍ ໃນລະຫວ່າງວັນທີ 22 – 26 ເມສາ, ຕາມຄຳເຊື້ອເຊີນຈາກກະຊວງປ້ອງກັນປະເທດແຫ່ງສະຫະພັນລັດເຊຍ.

        ຄາດວ່າ, MCIS – 8 ລວມມີວາລະປະຊຸມຄົບຄະນະ 4 ຄັ້ງ, ວາລະປະຊຸມພິເສດ 4 ຄັ້ງ ແລະ ບັນດາການເຄື່ອນໄຫວພົບປະ 2 ຝ່າຍຢູ່ນອກກອງປະຊຸມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ຢືນຢັນທີ່ຕັ້ງ, ບົດບາດຕັ້ງໜ້າ, ເປັນເຈົ້າການ ແລະ ມີຄວາມຮັບຜິດຊອບຂອງຕົນໃນບັນດາບັນຫາສາກົນ ແລະ ພາກພື້ນ; ສະແດງໃຫ້ເຫັນທັດສະນະຂອງຫວຽດນາມ ກ່ຽວກັບບັນດາບັນຫາຄວາມໝັ້ນຄົງ ແລະ ການພັດທະນາຂອງໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ