ຄະນະຜູ້ແທນອົງການກວດກາລັດຖະບານຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສະຫະພັນລັດເຊຍ

ຄະນະຜູ້ແທນອົງການກວດກາລັດຖະບານຫວຽດນາມຢ້ຽມຢາມແລະເຮັດວຽກຢູ່ສະຫະພັນລັດເຊຍ - ảnh 1

ຄະນະ​ຜູ້​ແທນ​ອົງການກວດກາ​​ລັດຖະບານຫວຽດນາມຢ້ຽມຢາມ​ແລະເຮັດ​ວຽກຢູ່ສະຫະພັນລັດ​ເຊຍ

(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ຫົວໜ້າກົມ​ຕ້ານ​ການສໍ້​ລາດ​ບັງຫຼວງສະຫະພັນ ລັດ​ເຊຍ Oleg Plokhoi, ຄະນະ​ຜູ້​ແທນ​ອົງການກວດກາ​ລັດຖະບານ ຫວຽດນາມ ​ໂດຍ​ທ່ານ​ຫົວໜ້າອົງການ​ກວດກາ ຮິ່ງຟອງ​ແຈງ ນຳໜ້າ, ​ໄດ້​ໄປ​ຢ້ຽມຢາມ​ ​ແລະ ​ເຮັດ​ວຽກຢູ່ ສະຫະພັນ ລັດ​ເຊຍ ​ແຕ່​ວັນ​ທີ 14/4/2014. ທີ່​ການ​ເຮັດ​ວຽກກັບ​ສະ​ຖາ​ບັນ​ໄອຍະການ ສະຫະພັນ ລັດ​ເຊຍ ​ແລະ ອົງການ​ກວດ​ສອບ​ບັນຊີ ສະຫະພັນ ລັດ​ເຊຍ, ທ່ານ​ນາງ Vera Chistova, ຮອງ​ປະທານສະ​ຖາ​ບັນ​ກວດ​ສອບ​ບັນຊີ ສະຫະພັນ ລັດ​ເຊຍ ​ໃຫ້​ຮູ້​ວ່າ​ບົນ​ພື້ນຖານ​ສັນຍາ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ແລ້ວ, ອົງການ​ກວດ​ສອບ​ບັນຊີ ສະຫະພັນ ລັດ​ເຊຍ ​ແລະ ອົງການ​ກວດ​ສອບ​ບັນຊີ ຫວຽດນາມ ພວມ​ພ້ອມ​ກັນ​ຕິດຕາມ​ກວດກາ​ການ​ເຄື່ອນ​ໄຫວ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ ມາສະຫະພັນ ລັດ​ເຊຍ ກໍ່​ຄື​ຕິດ​ຕາມ​ກວດກາ​ງົບປະມານ​ໃນ​ຂົງ​ເຂດ​ຮ່ວມ​ມືການ​ຂຸດ​ຄົ້ນ, ສຳຫຼວດນ້ຳມັນ​ອາຍ​ແກັດ. ການ​ຮ່ວມ​ມື​ນີ້​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ​ຮ່ວມ​ທຸລະ​ກິດນ້ຳມັນ​ອາຍ​ແກັດ VietsoPetro. ສ່ວນ​ທ່ານ​ຫົວໜ້າອົງການກວດກາລັດຖະບານ ຮິ່ງຟອງ​ແຈງ ຖື​ວ່າ:

     “ ​ໃນ​ຂອບ​ເຂດ​ການ​ເຮັດ​ວຽກ, ພວກ​ຂ້າພະ​ເຈົ້າຫວັງ​ວ່າສອງ​ຝ່າຍ​ພ້ອມ​ກັນ​ແລກປ່ຽນບົດຮຽນ, ສະໜອງຂໍ້​ມູນ​ຂ່າວໃນ​ການ​ຕ້ານ​ສໍ້​ລາດ​ບັງຫຼວງຕາມ​ພາລະ​ໜ້າທີ່​ຂອງ​ຕົນ​ໃຫ້​ກັນ. ​ເຖິງ​ວ່າ​ສອງ​ອົງການ​ພວກເຮົາ​ມີ​ແບບ​ວິທີເຄື່ອນ​ໄຫວ​ຕ່າງ​ກັນ​ກໍ່ຕາມ, ​ແຕ່​ພັດມີ​ເປົ້າໝາຍດຽວນັ້ນແມ່ນ​ຕ້ານ​ສໍ້​ລາດ​ບັງຫຼວງ. ພວກ​ຂ້າພະ​ເຈົ້າປາດ​ຖະໜາວ່າ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ​ມີ​ການ​ພົວພັນໃນຫຼາຍຂົງ​ເຂດ​​ຢ່າງຍາວ​ນານ, ​ໃນ​ນັ້ນມີ​ຂົງ​ເຂດຕ້ານ​ສໍ້​ລາດ​ບັງຫຼວງ”.


ຂ່າວ/ບົດ​ອື່ນ