ຄະນະຜູ້ແທນອາເມລິກາ-ສປປ.ເກົາຫຼີຈັດຕັ້ງການເຈລະຈາຄັ້ງທີ 3 ຢູ່ບ້ານຢຸດຮົບ Panmunjom

(VOVWORLD) -ວັນທີ 02 ມິຖຸນາ, ສຳນັກຂ່າວສານ Yonhap ໄດ້ຄັດບັນດາແຫຼ່ງຂ່າວໃຫ້ຮູ້ວ່າ, ຄະນະຜູ້ແທນຂອງອາເມລິກາ ໄດ້ຈັດຕັ້ງການເຈລະຈາຄັ້ງທີ 3 ກັບຝ່າຍສປປ.ເກົາຫຼີ ຢູ່ບ້ານຢຸດຮົບ Panmunjom ໃນຕອນເຊົ້າວັນດຽວກັນ.

ຄະນະຜູ້ແທນອາເມລິກາ-ສປປ.ເກົາຫຼີຈັດຕັ້ງການເຈລະຈາຄັ້ງທີ 3 ຢູ່ບ້ານຢຸດຮົບ Panmunjom - ảnh 1 ທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບຟິນ Sung Kim ແລະ

ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດສປປ.ເກົາຫຼີ Choe Son hui

(ພາບ: YONHAP/TTXVN)

ຄະນະຜູ້ແທນຂອງອາເມລິກາ ນຳໂດຍທ່ານເອກອັກຄະລັດຖະທູດອາເມລິກາ ປະຈຳຟິລິບຟິນ Sung Kim ເຈລະຈາກັບກຸ່ມເຈົ້າໜ້າທີ່ສປປ.ເກົາຫຼີ ນຳໂດຍທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ Choe Son hui ການເຈລະຈາ 2 ຄັ້ງກ່ອນຖືກດຳເນີນໃນວັນທີ 27 ພຶດສະພາ ແລະ 30 ພຶດສະພາ ກໍ່ທີ່ບ້ານຢຸດຮົບ Panmunjom. ການເຈລະຈາຄັ້ງທີ 3 ຖືກດຳເນີນໃນເວລາແຕ່ 10 ໂມງ ຫາ 16 ໂມງຂອງວັນທີ 02 ມິຖຸນາ ຕາມເວລາທ້ອງຖິ່ນ.

      ກ່ອນໜ້ານັ້ນ, ທ່ານ Sung Kim ໃຫ້ຮູ້ວ່າ, ບັນດາການປຶກສາຫາລືລະຫວ່າງ 2 ຝ່າຍ “ພວມໄປຖືກທິດ”, ແຕ່ກໍ່ໃສ່ໃຈວ່າ ຍັງມີວຽກງານຫຼາຍຢ່າງຕ້ອງເຮັດ ກ່ອນທີ່ສຳເລັດວຽກງານກະກຽມໃຫ້ການພົບປະຂັ້ນສຸດຍອດລະຫວ່າງທ່ານປະທານາທິບໍດີອາເມລິກາ Donald Trump ແລະ ການນຳສປປ.ເກົາຫຼີ Kim Jong un, ຕາມແຜນການຈະດຳເນີນຢູ່ສິງກະໂປ ໃນວັນທີ 12 ມິຖຸນາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ