ຄະນະຜູ້ແທນແມ່ຍິງສະພາແຫ່ງຊາດ ແລະ ບັນດາອົງການ ການຕ່າງປະເທດສາກົນລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຮວ່າບິງ

(VOVWORLD) -ວັນທີ 8 ມີນາ, ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ພ້ອມດ້ວຍຄະນະເອກອັກຄະລັດຖະທູດຍິງ, ຫົວໜ້າອົງການຕາງໜ້າການທູດ ແລະ ບັນດາອົງການຈັດຕັ້ງສາກົນປະຈຳຢູ່ຫວຽດນາມ ໄດ້ລົງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງ ຮວ່າບິງ.

ຄະນະຜູ້ແທນແມ່ຍິງສະພາແຫ່ງຊາດ ແລະ ບັນດາອົງການ ການຕ່າງປະເທດສາກົນລົງຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຮວ່າບິງ - ảnh 1 ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ກ່າວຄຳເຫັນທີ່ພິທີ 

(ພາບຈາກ quochoi.vn)

ທີ່ການເຮັດວຽກ, ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ໄດ້ອວຍພອນຄະນະພັກ, ອຳນາດການປົກຄອງປະຊາຊົນບັນດາຊົນເຜົ່າແຂວງຮວ່າບິງ ທີ່ບັນລຸໄດ້ຜົນງານຫຼາຍຢ່າງກ່ຽວກັບດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ... ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງ ເນັ້ນໜັກວ່າ ໃນໄລຍະມໍ່ໆມານີ້ ບັນດາສະມາຊິກສະພາແຫ່ງຊາດຍິງຫວຽດນາມມີການປ່ຽນໃໝ່ຫຼາຍຢ່າງ, ສະພາແຫ່ງຊາດຫວຽດນາມໄດ້ຈັດຕັ້ງສຳເລັດ ເວທີປາໄສ ລັດຖະສະພາ ອາຊີ - ປາຊີຟິກ (ກອງປະຊຸມ APPPE - 26) ຢູ່ຮ່າໂນ້ຍ, ປະກອບສ່ວນຍົກສູງອິດທິຜົນຊື່ສຽງຂອງສະພາແຫ່ງຊາດຫວຽດນາມ, ເປັນຂີດໝາຍເຫດການການເມືອງການພົວພັນຕ່າງປະເທດສຳຄັນ, ເປີດສາກໃຫ້ແກ່ການເຄື່ອນໄຫວທາງດ້ານການທູດຂອງຫວຽດນາມ ໃນປີ 2018. ພ້ອມກັນນັ້ນ, ທ່ານນາງ ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕອງທິຟ໋ອງມີຄວາມປາດຖະໜາຢາກ ຮັກສາການຕິດຕໍ່ພົວພັນລະຫວ່າງຄະນະຄະນະຜູ້ແທນແມ່ຍິງຂອງສະພາແຫ່ງຊາດຫວຽດນາມ ກັບ ບັນດາຜູ້ແທນຍິງສະພາແຫ່ງຊາດປະເທດຕ່າງໆໃນໂລກຢ່າງເປັນປົກກະຕິ.

ຕອບກັບ

ຂ່າວ/ບົດ​ອື່ນ