ຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງສະຫຼຸບວຽກງານຕິດຕາມກວດກາ

ຄະນະພັກກຸ່ມບັນດາອົງການສຳນັກງານຂັ້ນສູນກາງສະຫຼຸບວຽກງານຕິດຕາມກວດກາ - ảnh 1
ຄະ​ນະ​ພັກ​ກຸ່ມ​ບັນດາອົງການ​ສຳນັກງານ​ຂັ້ນສູນ​ກາງ​ ​
​ຈັດ​ຕັ້ງ​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ຕິດຕາມ​ກວດກາປີ 2012
(ພາບ: dukcqtw.dcs.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 04/01 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ພັກ​ກຸ່ມ​ບັນດາອົງການ​ສຳນັກງານ​ຂັ້ນສູນ​ກາງ​ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມສະຫຼຸບ​ວຽກ​ງານ​ຕິດຕາມ​ກວດກາປີ 2012, ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ໃນ​ປີ 2013. ​ໃນ​ປີ 2012 ຜ່ານ​ມາ, ​ເພື່ອ​ປະຕິບັດ​ວຽກ​ງານ​ຕິດຕາມ​ກວດກາ, ຄະນະ​ກຳມະການ​ກວດກາຄະ​ນະ​ພັກ​ກຸ່ມ​ບັນດາອົງການ​ສຳນັກງານ​ຂັ້ນສູນ​ກາງໄດ້​ດຳ​ເນີນ​ການ​ຕິດຕາມ​ກວດກາ​ 3 ຫົວ​ໜ່ວຍຄື ຄະ​ນະ​ພັກ​ອົງການ​ປະກັນ​ສັງຄົມ​ຫວຽດນາມ, ຄະນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະ​ນະ​ພັກ​ກະຊວງ​ກໍ່ສ້າງ. ປີ 2013, ຄະນະ​ກຳມະການກວດກາ​ກຸ່ມ​ຄະ​ນະ​ພັກ​ບັນ​ດາ​ອົງການຂັ້ນ​ສູນ​ກາງ ກຳນົດ​ວ່າ ຈະ​ສືບ​ຕໍ່​ປ່ຽນ​ໃໝ່ ​ແລະ ຍົກ​ສູງ​ຄູນ​ນະພາ​ບການ​ຕິດຕາມ​ກວດກາ​ຕາມ​ທິດ​ນຳ​ທີ່​ວ່າ; ຕິດຕາມ​ກວດກາ​ຕ້ອງ​ໄດ້​ຮັບ​ການ​ເປີດ​ກວ້າງ. ຕິດຕາມ​ກວດກາ​ມີ​ຈຸດ​ສຸມ; ​ເປັນ​ເຈົ້າ​ການ​ປະຕິບັດ​ຢ່າງຮອບດ້ານ​ບັນດາ​ໜ້າ​ທີ່​ຕິດຕາມ​ກວດກາ, ກົດລະບຽບ​ຂອງພັກ. ທ່ານ ຮ່າ​ແອ​ງ​ເຢີ​ນ, ປະທານ​ຄະນະກຳມະການ​ຕິດຕາມ​ກວດກາຄະ​ນະ​ພັກ​ກຸ່ມ​ບັນດາອົງການ​ສຳນັກງານ​ຂັ້ນສູນ​ກາງ ​ໃຫ້​ຮູ້​ວ່າ.

        “ກ່ອນ​ອື່ນ​ໝົດ​ຕ້ອງ​ສືບ​ຕໍ່​ໂຄສະນາ, ຊາບ​ຊຶມບັນດາ​ຄຳ​ສັ່ງ, ມະຕິ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວດກາ ​ເພື່ອ​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້​ໃນ​ຖັນ​ແຖວ​ພະນັກງານ​ສະມາຊິກ​ພັກ ​ໂດ​ຍສະ​ເພາະ​ແມ່ນ​ຜູ້ນຳ​ຄະນະ​ພັກ. ທີ່​ສອງ​ແມ່ນ ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃໝ່ວິທີ​ການ, ຮູບ​ແບບ​​ເພື່ອ​ໃຫ້​ວຽກ​ງານ​ຕິດຕາມ​ກວດກາ​ມີ​ຄຸນ​ນະພາ​ບ. ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ, ບັນດາ​ຄະນະ​​ພັກຂັ້ນ​ຕ່າງໆ ​ຕ້ອງ​ກໍ​່ສ້າງ​ຖັນ​ແຖວພະນັກງານ​ສະມາຊິກ​ພັກ​​ເຮັດ​ວຽກ​ງານ​ຕິດຕາມ​ກວດກາ​ສະ​ເພາະກິດ​ໃຫ້​ໄດ້.”

ຂ່າວ/ບົດ​ອື່ນ