ຄະນະພັກກຸ່ມວິສາຫະກິດສູນກາງ ຜັນຂະຫຍາຍ ມະຕິກອງປະຊຸມສູນກາງ ຄັ້ງທີ 8 ຊຸດທີ 11

ຄະນະພັກກຸ່ມວິສາຫະກິດສູນກາງ ຜັນຂະຫຍາຍ ມະຕິກອງປະຊຸມສູນກາງ ຄັ້ງທີ 8 ຊຸດທີ 11 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 06/01, ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ ​ໄດ​້ຈັດ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ແນ​ັດເພື່ອ​ຊາບ​ຊຶມ, ຜັນ​ຂະຫຍາຍ​ມະຕິກອງ​ປະຊຸມ​ສູນ​ກາງ​ຄັ້ງ​ທີ 8 ຊຸດ​ທີ 11, ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງ​ຄະນະບໍລິຫານງານ, ຄະນະ​ປະຈຳ​ຄະນະ​ພັກ​ກຸ່ມ.

        ກອງ​ປະຊຸມ​ໄດ້​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 06 – 07/01, ​ເພື່ອ​ຄົ້ນຄວ້າ​ບັນດາ​ມະຕິ, ຂໍ້​ສະຫຼຸບ​ຂອງກອງ​ປະຊຸມ​ສູນ​ກາງຄັ້ງ​ທີ 8 ຊຸດ​ທີ 11: ສະ​ຫຼຸບ​ກ່ຽວກັບ “ສະພາບ​ການ​ເສດຖະກິດ​ສັງຄົມ​ປີ 2013 ​ແລະ ປະຕິບັດ​ໜ້າ​ທີ່​ປີ 2014” ​ກໍ່​ຄືຕີ​ລາຄາສະພາບ​ການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ກ່ຽວ​ກັບ​ເສດຖະກິດ, ສັງຄົມ, ຈຸດ​ສຸມ​​ແມ່ນ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ​ຕິດ​ພັນ​ກັບ​ການ​ສ້າງໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ; ບັນດາ​ເນື້ອ​ໃນ​ພື້ນຖານ ​ແລະ ​ໃໝ່​ ຂອງ​ລັດຖະທຳ​ມະນູນ ​ເຊິ່ງສະພາ​ແຫ່​ງຊາດ​ຮັບຮອງ​ເອົາ​ໃນ​ວັນ​ທີ 28/11/2013; ມະຕິ​ກ່ຽວ​ກັບ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ ​ໃນ​ສະພາບ​ການ​ໃໝ່; ມະຕິ​ກ່ຽວ​ກັບ​ການ​ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບດ້ານ, ຕອບສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ກຳນົດທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.
ຂ່າວ/ບົດ​ອື່ນ