ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບຫຼຽນໄຊ ໂຮ່ຈີມິນ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ຕາງໜ້າກົມການເມືອງ, ຄະນະເລຂາສູນກາງພັກ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກໄດ້ຍ້ອງຍໍຊົມເຊີຍບັນດາການປະກອບສ່ວນອັນໃຫຍ່ຫລວງ, ຕໍ່ເນື່ອງຂອງຄະນະພົວພັນຕ່າງປະເທດສູນກາງພັກໃນ 70 ປີຜ່ານມາ. 
ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບຫຼຽນໄຊ ໂຮ່ຈີມິນ - ảnh 1ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ ໄດ້ຮັບຫຼຽນໄຊ ໂຮ່ຈີມິນ (ພາບ: Vietnam+)

ທ່ານ ເຈິ່ນກວກເວື້ອງ ເນັ້ນໜັກວ່າ: ຄະນະພົວພັນຕ່າງປະເທດສູນກາງພັກຈົ່ງຢຶດໝັ້ນປະຕິບັດສະເໝີຕົ້ນສະເໝີປາຍຕໍ່ແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນເປັນຫລາຍຮູບຫລາຍແບບ ແລະ ຫລາຍຝ່າຍ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ; ເພື່ອປະເທດ ຫວຽດນາມ ສັນຕິພາບ, ເອກະພາບ, ເອກະລາດ,  ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ; ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບໃນປະຊາຄົມສາກົນ, ປະກອບສ່ວນເຂົ້າໃນພາລະກິດປະເທດຊາດສັນຕິພາບ, ເອກະລາດຊົນຊາດ, ປະຊາທິປະໄຕ ແລະ ຄວາມກ້າວໜ້າສັງຄົມໃນໂລກ.

 

ຕອບກັບ

ຂ່າວ/ບົດ​ອື່ນ