ຄະນະພະນັກງານການນຳຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ຢ້ຽມຢາມລາວ

ຄະນະພະນັກງານການນຳຫ້ອງວ່າການສຳນັກງານປະທານປະເທດຫວຽດນາມ ຢ້ຽມຢາມລາວ - ảnh 1
ທ່ານ​ຮອງ​ປະທານ​ປະ​ເທດ​ລາວ​ ບຸນຍັງ ວໍລະ​ຈິດ
ຕ້ອນຮັບຄະນະ​ພະນັກງານ​ການ​ນຳ​ຫ້ອງ​ວ່າການ​ສຳນັກງານປະທານ​ປະ​ເທດ​ຫວຽດນາມ
(ພາບ: kpl.net.la)


(vovworld) - ຕອນ​ເຊົ້າ​ວັນ​ທີ 19/02, ທ່ານ​ຮອງ​ປະທານ​ປະ​ເທດ​ລາວ​ ບຸນຍັງ ວໍລະ​ຈິດ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ພະນັກງານ​ການ​ນຳ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ​ຫວຽດນາມ, ​ໂດຍ​ທ່ານ ດາວ​ຫວຽດຈຸ​ງ, ​ລັດຖະມົນຕີ, ຫົວໜ້າ​ຫ້ອງ​ວ່າການສຳນັກງານ​ປະທານ​ປະ​ເທດ​ຫວຽດນາມ ນຳ​ໜ້າ, ທີ່​ພວມ​ຢ້ຽມຢາ​ມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ແຕ່​ວັນ​ທີ 18 – 20/02. ທີ່​ການ​ຕ້ອນຮັບ, 2 ຝ່າຍ​ໄດ້​ເຫັນ​ດີ​ນຳກັນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍ​​ໜ້າ​ທີ່​ພົວພັນ​ພາຍ​ໃນ​ປະ​ເທດ ​ແລະ ພົວພັນຕ່າງປະ​ເທດ​ຂອງ​ການ​ນຳ 2 ປະ​ເທດຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ແບບພິເສດ​ລະຫວ່າງ 2 ຫ້ອງ​ວ່າການ. 2 ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ເນື້ອ​ໃນ​ເຊິ່ງ 2 ຫ້ອງ​ວ່າການ​ໄດ້​ຕົກລົງ​ກັນ, ສົມທົບ​ກັບ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​, ສຳ​ເລັດ​ວຽກ​ງານ​ເປັນ​ເສນາ​ທິການ​ເຊິ່ງການ​ນຳ 2 ປະ​ເທດ​ໄດ້​ມອບ​ໝາຍ​ໃຫ້ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ປະທານ​ປະ​ເທດ​ ​ ບຸນຍັງ ວໍລະ​ຈິດ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຫ້ອງ​ວ່າການ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ຫຼາຍ​ໂຄງການ, ​ເນື້ອ​ໃນ​ທີ່​ອຸດົມສົມ​ບຸນ ​ເຮັດ​​ໃຫ້​ບັນດາ​ເນື້ອ​ໃນ​ທີ່​ຕົກລົງ​ກັນ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງຂຶ້ນ​ຕື່ມ, ຊ່ວຍ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ່ອງ​ຖິ່ນ​ຕ່າງໆ, ວິ​ສາ​ຫະກິດ​ມີ​ຄວາມ​ສະດວກ​ກວ່າ​ໃນ​ການ​ຮ່ວມ​ມື​ລົງທຶນ, ປະກອບສ່ວນ​ເພີ່ມພູນ​ຄູນ​ສ້າງສາ​ຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ລາວ - ຫວຽດນາມ ນັບ​ມື້​ນັບ​ພັດທະນາ​ຢ່າງ​ໝັ້ນຄົງ.

ຂ່າວ/ບົດ​ອື່ນ