ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນຫວຽດນາມ ໄປຢ້ຽມຢາມ ຈີນ

(VOVWORLD) -ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍ ພົນເຮືອຕີ ຟ້າມວັນຫວຶ໊ງ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 11 – 15 ມິຖຸນາ

ໂດຍໄດ້ຮັບຄໍາເຊີນຂອງທ່ານພົນຕີ ຈິ໊ນເຊິງແຈ໊ງ ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນ ຈີນ ແລະໄດ້ຮັບຄວາມເຫັນດີຂອງກະຊວງປ້ອງກັນປະເທດ ແຫ່ງ ສສ.ຫວຽດນາມ, ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນ ຫວຽດນາມ ໂດຍ ພົນເຮືອຕີ ຟ້າມວັນຫວຶ໊ງ ໄດ້ນໍາໜ້າຄະນະເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ຈີນ ໃນລະຫວ່າງວັນທີ 11 – 15 ມິຖຸນາ.

ຄະນະພະນັກງານຂັ້ນສູງກອງທັບເຮືອປະຊາຊົນຫວຽດນາມ ໄປຢ້ຽມຢາມ ຈີນ - ảnh 1 ທ່ານພົນຕີ ຈິ໊ນເຊິງແຈ໊ງ ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່ອຍປະຊາຊົນ ຈີນ ແລະ ພົນເຮືອຕີ ຟ້າມວັນຫວຶ໊ງ (ພາບ: Vietnam+)

        ໃນໄລຍະຢູ່ຢ້ຽມຢາມຈີນ, ຄະນະໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນໂທ ແໝວຫວາ ຫົວໜ້າກົມຮັບຜິດຊອບວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ; ເຈລະຈາກັບທ່ານ ພົນຕີ ຈິ້ນເຊິງແຈ໊ງ, ຫົວໜ້າການເມືອງກອງທັບເຮືອ ກອງທັບປົດປ່່ອຍປະຊາຊົນ ຈີນ; ຢ້ຽມຢາມວິທະຍາຄານກໍ່າປັ່ນ ຕະຫຼຽນ; ຢ້ຽມຊົມກໍ່າປັ່ນຂັບໄລ່ 119 ແລະ ຮັບຟັງການແນະນໍາກ່ຽວກັບວຽກງານການຈັດຕັ້ງປະຕິບັດວຽກງານພັກ, ວຽກງານການເມືອງ ຂອງກອງທັບເຮືອກອງທັບປົດປ່ອຍປະຊາຊົນ ຈີນ.

        ທີ່ການພົບປະ, ແລກປ່ຽນຄັ້ງຕ່າງໆ ສອງຝ່າຍ ຕ່າງກໍຖືວ່າ ການພົວພັນມິດຕະພາບ,ການຮ່ວມມືລະຫວ່າງກອງທັບ ແລະ ກອງທັບເຮືອສອງປະເທດໃນໄລຍະຜ່ານມາ ແມ່ນພັດທະນາຢ່າງດີງາມ ແລະ ເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນລະຫວ່າງ ຫວຽດນາມ - ຈີນ. ສອງຝ່າຍເຫັນດີ ຄວນເພີ່ມທະວີການພົວພັນຮ່ວມມືລະຫວ່າງກອງທັບ ແລະ ກອງທັບເຮືອສອງປະເທດ, ແກ້ໄຂຄວາມບໍ່ລົງລອຍກັນບົນພື້ນຖານຄວາມຮັບຮູ້ລວມ ເຊິ່ງການນໍາຂັ້ນສູງຂອງພັກ, ລັດ ແລະ ກອງທັບສອງປະເທດ ໄດ້ກໍານົດໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ຄວາມປອດໄພ, ສະຖຽນລະພາບຢູ່ພາກພື້ນ.


ຕອບກັບ

ຂ່າວ/ບົດ​ອື່ນ