ຄະນະພະນັກງານແຂວງຕ່າງໆ ໄປຢ້ຽມຢາມ ເຈື່ອງຊາ

ຄະນະພະນັກງານແຂວງຕ່າງໆ ໄປຢ້ຽມຢາມ ເຈື່ອງຊາ - ảnh 1
ຄະນະ​ພະນັກງານ​ແຂວງ​​ ທ໋າຍ​ບິ່ງ ຢ້ຽມຢາມ​ພະນັກງານ​ນັກຮົບ​ໃນ​ເກາະ ດ໋າ​​ໄຕ
( ພາບ: baothaibinh.com.vn )


( vovworld ) –   ຕອນ​ບ່າຍ​ວັນ​ທີ 8/5, ຄະນະ​ປະຕິບັດ​ງານ​ເຫຼົ່າທັບ​ເຮືອ, ສະຫະພັນ​ແມ່ຍິງ​ຫວຽ​ດນາມ, ພ້ອມ​ກັບ​ບັນດາ​ພະນັກງານ​ແຂວງ ​​ທ໋າຍ​ຫງວຽນ, ​​ທ໋າຍ​ບິ່ງ, ນາມ​ດິ້ງ ​ແລະ ກວາງ​ນິງ ​ໄດ້​​ໄປ​ຢ້ຽມຢາມ​ພະນັກງານ​ນັກຮົບ​ໃນ​ເກາະ ດ໋າ​​ໄຕ, ​ທີ່​ຂຶ້ນ​ກັບເມືອງ​ເກາະ ​ເຈື່ອງ​ຊາ, ​ແຂ​ວງ​ແຂ໋ງ​ຮ່ວາ. ​ເກາະ ດ໋າ​ໄຕ ​ແມ່ນມີທີ່​ຕັ້ງ​ຍຸດ​ທະ​ສາດທາງ​ດ້ານ​ເສດຖະກິດ, ບ່ອນ​ທີ່​ມີ​ເງື່ອນ​ໄຂ​ຂຸດ​ຄົ້ນ, ຫາປາ, ລ້ຽງປູກ​ສິນ​ໃນ​ນ້ຳ ​ແລະ ຂຸດ​ຄົ້ນ​ບັນດາ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ. ຂອງຂວັນ​ຢູ່​ເຂດ​ດິນ​ຕໍ່​ແຜ່ນ​ຝາກ​​ໄປ​ຍັງ​ເກາະ, ພິ​ເສດ​ແມ່ນ​ນ້ຳ​ໃຈ​ຄວາມ​ຮັກ​ແຜງຂອງ​ຄະນະ​ປະຕິບັດ​ງານ, ​ແມ່ນ​ການ​ລະດົມກຳລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ພະນັກງານ​ນັກ​ຮົບ​ໃນ​ເກາະ. ຮ້ອຍ​ໂທ Nguyen Duc Khanh ​ໄດ້​ແບ່ງປັນ​ວ່າ.

    “ ​​​ເປັນທະຫານ​ປະຕິບັດ​ໜ້າ​ທີ່ຢູ່​ເກາະ, ພວກ​ຂ້າພະ​ເຈົ້າ​​ໄດ້ຮັບກຽດ ​ແລະ ມີ​ຄວາມປິຕິ​ຊົມ​ຊື່ນ​ເມື່ອ​ຄະນະ​ປະຕິ​ບັດ​ງານ​ມາ​ຢ້ຽມຢາມ, ດ້ວຍ​ບັນດາ​ນ້ຳ​ໃຈ​ອັນເລີກ​ເຊິ່ງ ​ເຊິ່ງ​ເຂດ​ດິນ​ຕໍ່​ແຜ່ນ​​ໄດ້ຝາກ​ມາໃຫ້, ພິ​ເສດ​ແມ່ນນ້ຳ​ໃຈຂອງ​ບັນດາສະມາຊິກ​ໃນ​ຄະນະ​ປະຕິບັດ​ງານ. ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ອົບ​ອຸນຕໍ່​ນ້ຳ​ໃຈ​ຂອງ​ປະຊາຊົນ​ເຂດ​ດິນ​ຕໍ່​ແຜ່ນ, ຄື​​ເປັນ​ການ​ຕໍກຳລັງ​ແຮງ, ​​ເປັນ​ແຫຼ່ງ​ລະດົມ​ໃຈທີ່​ໃຫຍ່​ຫຼວງ ​ເພື່ອ​​ໃຫ້ພວກ​ຂ້າພະ​ເຈົ້າ​ປົກ​ປັກຮັກສາ​ເຂດ​ໝູ່​ເກາະ​ທະ​ເລ​ຂອງ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ