ຄະນະລັດຖະບານຊົ່ວຄາວໄທສະບານຕົວຮັບດຳລົງຕຳແໜ່ງ

ຄະນະລັດຖະບານຊົ່ວຄາວໄທສະບານຕົວຮັບດຳລົງຕຳແໜ່ງ - ảnh 1
ການສະເໜີຕົວຂອງຄະນະລັດຖະບານໃໝ່

(vovworld) – ວັນ​ທີ 4/9, ຄະນະ​ລັດຖະບານ​ຊົ່ວຄາວ ​ໄທ ພາຍ​ໃຕ້​ການ​ນຳພາ​ຂອງ​ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ຈັນ​ໂອ​ຈາ ​ໄດ້ສະບາ​ນຕົວ​ຮັບ​ດຳລົງ​ຕຳ​ແໜ່​ງຕໍ່ໜ້າ​ພະ​ບາດ​ສົບ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະດຸນ​ຍະ​ເດັດ. ກ່າວ​ຄຳ​ເຫັນ​ໃນ​ພິທີ​ຮັບ​ດຳລົງຕຳ​ແໜ່​ງຢູ່​ນະຄອນຫຼວງ ບາງ​ກອກ, ທ່ານ ປຣາຢຸດ ​ໃຫ້​ຄຳໝັ້ນ​ສັນຍາ​ຈົ່ງ​ຮັກ​ພັກດີ​ຕໍ່ກັບປະ​ເທດ​ຊາດ ​ແລະ ຢັ້ງຢືນ​ວ່າຄະນະ​ລັດຖະບານ​ຈະ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາ​ດຂອງ​ຕົນ​ເພື່ອ​ຮັບປະກັນ​ຄວາມ​ກ້າວໜ້າ ​ແລະ ສະຖຽນ​ລະ​ພາບ​ຢູ່ ​ໄທ.

    ກ່ອນໜ້າ​ນັ້ນ, ວັນ​ທີ 31/8, ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໄດ້​ໃຫ້​ສັດຕະຍາບັນ​ບັນຊີ​ລາຍ​ຊື່​ຄະນະ​ລັດຖະບານ​ຊົ່ວຄາວ​ໂດຍ​ທ່ານ​ນາຍົກລັດຖະມົນຕີ ປຣາຢຸດ ສະ​ເໜີ​ດ້ວຍ​ສະມາຊິກ 32 ທ່ານ, ​ໃນ​ນັ້ນ​ມີ 11 ທ່ານ​ແມ່ນ​ບັນດາ​ຫົວໜ້າ​ ​ແລະ ອະດີດ​ນາຍ​ພົນ​ຕຳຫຼວດ, ກອງທັບ ​ແລະ ມີ 21 ທ່ານ​ແມ່ນ​ພົນລະ​ເຮືອນ. ຕາມ​ແຜນການ​ແລ້ວ, ຄະນະ​ລັດຖະບານ​ໃໝ່​ຂອງ​ໄທ ຈະ​ຈັດ​ຕັ້ງ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 9/9, ກ່ອນ​ທີ່​ປະກາດ​ນະ​ໂຍບາຍ​ຕໍ່ໜ້າ​ສະພາ​ນິຕິບັນຍັດ​ແຫ່ງ​ຊາດ (ສະພາ​ແຫ່ງ​ຊາດ​ຊົ່ວຄາວ). ຄາ​ດວ່າ, ຄະນະ​ລັດຖະບານ​ຊົ່ວຄາວ ​ໄທຈະ​ບໍລິຫານ​ປະ​ເທດ​ຊາດ​ໃນ​​ໄລຍະ​​ເວລາ​ປະມານ 1 ປີກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງ​​ທົ່ວ​ປະ​ເທດ​ໃນ​ເຄິ່ງທ້າຍ​ປີ 2015 ຫຼື ຕົ້ນ​ປີ 2016.

 


ຂ່າວ/ບົດ​ອື່ນ