ຄະນະລັດຖະບານສົງຄາມ ອິດສະຣາແອນ ໂຮມປະຊຸມກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນ

(VOVWORLD) -

ຕອນຄ່ຳວັນທີ 26 ພຶດສະພາ, ຄະນະລັດຖະບານສົງຄາມອິດສະຣາແອນ ໄດ້ໂຮມປະຊຸມ ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນ, ພາຍຫຼັງການເຈລະຈາບໍ່ມີທາງອອກໃນຫຼາຍອາທິດ.


ຄະນະລັດຖະບານສົງຄາມ ອິດສະຣາແອນ ໂຮມປະຊຸມກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນ - ảnh 1ຄະນະລັດຖະບານສົງຄາມ ອິດສະຣາແອນ ໂຮມປະຊຸມກ່ຽວກັບຂໍ້ຕົກລົງແລກປ່ຽນຕົວປະກັນ
(ພາບ:The Jerusalem Post)

        ການປຶກສາຫາລືກ່ຽວກັບຂໍ້ສະເໜີໃໝ່, ໄດ້ຍົກອອກມາໃນການພົບປະທີ່ຈັດຂຶ້ນຢູ່ນະຄອນຫຼວງ ປາຣີ (ປະເທດ ຝລັ່ງ) ໃນທ້າຍອາທິດກ່ອນ, ລະຫວ່າງທ່ານ David Barnea, ຜູ້ອຳນວຍການອົງການສືບລາຊະການລັບ ອິດສະຣາແອນ (Mossad), ທ່ານ William Burns, ຜູ້ອຳນວຍການອົງການສືບລາຊະການລັບສູນກາງ ອາເມລິກາ (CIA) ແລະ ທ່ານນາຍົກລັດຖະມົນຕີ ກາຕາ Mohammed bin Abdulrahman al-Thani. ຄະນະລັດຖະບານສົງຄາມອິດສະຣາແອນ ກໍ່ໄດ້ປຶກສາຫາລືກ່ຽວກັບເລື່ອງສືບຕໍ່ສົງຄາມຢູ່ເຂດ ກາຊາ, ໃນນັ້ນສຸມໃສ່ນະຄອນ Rafah.

        ກ່ອນໜ້ານັ້ນ, ສື່ມວນຊົນ ອິດສະຣາແອນ ແລະ ອີຢິບ ລ້ວນແຕ່ໄດ້ໃຫ້ຂ່າວ ກ່ຽວກັບການເຈລະຈາຢຸດຍິງຢູ່ເຂດ ກາຊາ ແລະ ແລກປ່ຽນຕົວປະກັນຈະໄດ້ເຊື່ອມຕໍ່ຄືນໃນວັນທີ 28 ພຶດສະພາ.

ຕອບກັບ

ຂ່າວ/ບົດ​ອື່ນ