ຄະນະລັດຖະບານອິດສະຣາແອນປຶກສາຫາລືກ່ຽວກັບການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ເຂດຊາຍແດນກັບເຂດGaza

ຄະນະລັດຖະບານອິດສະຣາແອນປຶກສາຫາລືກ່ຽວກັບການໃຊ້ຄວາມຮຸນແຮງປິນຂັ້ນໄດຢູ່ເຂດຊາຍແດນກັບເຂດGaza - ảnh 1
ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu
(ພາບ: AFP)

(vovworld) – ວັນ​ທີ 25/12, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໄດ້​ຮຽກ​ໂຮມ​ຄະນະ​ລັດຖະບານ​ເປີດ​ກ້ວາງ, ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ສະ​ກັກ​ກັ້ນ​ການ​ໃຊ້​ຄວາມ​ຮຸນ​ແຮງ​ປິນ​ຂັ້ນ​ໄດ​ຢູ່​ເຂດ​ຊາຍ​ແດນ​ລະຫວ່າງ ອິດສະຣາ​ແອນ ​ແລະ ​ເຂດ Gaza ​ໂດຍ​ຂະ​ບວນການ Hamas ຄວບ​ຄຸມ. ທີ່​ກອງ​ປະຊຸມ​ດັ່ງກ່າວ, ບັນດາ​ເຈົ້າ​ໜ້າ​ທີ່ ອິດສະຣາ​ແອນ ​​ໄດ້ເນັ້ນ​ໜັກ​​ເຖິງ​ເລື່ອງຄວບ​ຄຸມ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ປິນຂັ້ນ​ໄດ, ​ໃນ​ຂະນະ​ທີ່​ທ່ານ​ນາຍົກລັດຖະມົນຕີ Netanyahu ​ແລະ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Moshe Ya’alon ຍົກ​ອອກ​ບັນດາ​ຄຳ​ກ່າວ​ເຕືອນ​ຢ່າງ​ແຮງ​ສຳລັບ​ຂະ​ບວນການ Hamas ​ແລະ ບັນດາ​ກຸ່ມ​ໃຊ້​ຄວາມ​ຮຸນ​ແຮງ​ອື່ນ ​ທີ່ເຄື່ອນ​ໄຫວ​ຢູ່​ເຂດ Gaza. ນອກ​ນັ້ນ, ກອງປະຊຸມ​ກໍ່​ປຶກສາ​ຫາລື​ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ເພີ່ມ​ຂຶ້ນ​ຢູ່​ເຂດ​ຕາ​ເວັນ​ຕົກ​ແມ່​ນຳ້ຈໍ​ແດນ, ບ່ອນ​ທີ່​ຫາ​ກໍ່​ເກີດ​ເຫດ​ຕຳຫຼວດ ອິດສະຣາ​ແອນ ຜູ້​ໜຶ່ງຖືກ​ຊາວ ປາ​ແລດ​ສະຕີ​ນ​ແທງ​ຕາຍ ​ແລະ ​ເຫດ​ວາງ​ລະ​ເບີດ​ລົດ​​ເມ.
ຂ່າວ/ບົດ​ອື່ນ