ຄະນະລັດຖະບານອິດສະຣາແອນສາບານຕົວຮັບດຳລົງຕຳແຫນ່ງ

ຄະນະລັດຖະບານອິດສະຣາແອນສາບານຕົວຮັບດຳລົງຕຳແຫນ່ງ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu
ພາບ:vov

(vovworld)- ຕອນ​ຄ່ຳ​ວັນ​ທີ 14/5, ສະ​ພາ​ແຫ່ງ​ຊາດ ອິດ​ສະ​ຣາ​ແອ​ນ ໄດ້​ຈັດ​ຕັ້ງ​ພິ​ທີ​ສາ​ບານ​ຕົວ​ຮັບ​ດຳ​ລົງ​ຕຳ​ແຫນ່ງ​ໃຫ້​ແກ່ ລັດ​ຖະ​ມົນ​ຕີ 20 ທ່ານ​ໃນ​ລັດ​ຖະ​ບານ​ໃຫມ່​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Benjamin Netanyahu ດ້ວຍ​ບັດ​ສະ​ຫນ​ັບ​ສະ​ຫນູນ 59/61. ພິ​ທີ​ສາ​ບານ​ຕົວ​ຖືກ​ໂຈະ​ໄວ້​ໃນ​ເວ​ລາ​ສອງ​ສາມ​ຊົ່​ວ​ໂມງ ຍ້ອນ​ມີ​ຄວາມບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ແຕ່​ງ​ຕັ້ງ​ຖາ​ນະ​ຕຳ​ແຫນ່ງ​ຫລັກ​ແຫລ່ງ​ຈຳ​ນ​ວນ​ຫນຶ່ງ​ໃຫ້​ບັນ​ດາ​ສະ​ມາ​ຊິກ​ຂອງ​ພັກ Likud ກຳ​ອຳ​ນ​າດ. ຜູ້​ສຳ​ຄັນ​ທີ​ສອງ​ຂອງ Likud ແມ່ນ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ Gilad Erdan ໄດ້​ປະ​ຕິ​ເສດ​ການ​ເຂົ້າ​ຮ່​ວມ​ຄະ​ນະ​ລັດ​ຖະ​ບານ ​ໃຫ​ມ່ ພາຍ​ຫລັງ​ປະ​ຕິ​ເສດ​ຄຳ​ສະ​ເຫນີ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ  ​ Netanyahu ຮັບດຳ​ລົງ​ຕຳ​ແຫນ່ງລັດ​ຖະ​ມົນ​ຕີ. ເຖິງ​ຢ່າງ​ໃດ​ກໍ​ຕ​າມ ສຸ​ດ​ທ້າຍ ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ Erdan ໄດ້​ມີ​ຫ​ນ້າ ແລະ ເຂົ້າ​ຮ່ວມ​ການ​ປ່ອນ​ບັດ​ຮັບ​ຮອງ​ເອົາ​ລັດ​ຖະ​ບານ​ໃຫມ່.

ຂ່າວ/ບົດ​ອື່ນ