ຄະນະລັດຖະບານໃໝ່ ຂອງອີຍີບ ສະບານຕົວ ຮັບດຳລົງຕຳແໜ່ງ

ຄະນະລັດຖະບານໃໝ່ ຂອງອີຍີບ ສະບານຕົວ ຮັບດຳລົງຕຳແໜ່ງ - ảnh 1
ຄະນະ​ລັດຖະບານ​ໃໝ່​ຂອງ​ອີ​ຍີບ ສະບາ​ນຕົວຮັບ​ດຳລົງ​ຕຳ​ແໜ່​ງ
(ພາບ: APF)


(vovworld) - ພິທີສະບາ​ນຕົວຮັບ​ດຳລົງ​ຕຳ​ແໜ່​ງຂອງຄະນະ​ລັດຖະບານ​ໃໝ່​ ພາຍ​ໃຕ້​ສະ​ໄໝ​ຂ​ອງ​ນາຍົກລັດຖະມົນຕີອີຍີບ Ibrahim Mahleb ຖືກ​ດຳ​ເນີນ​ໃນ​ວັນ​ທີ 01/03, ​ໃນ​ນັ້ນ​ມີ​ທັງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Abdel Fatah El Sisi ຜູ້​ທີ່​ຄາດ​ວ່າ​ຈະ​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ປະທານ​ນາ​ທິບໍດີ​ຈະ​ມາ​ເຖິງ. ລັດຖະບານ​ຂອງ​ທ່ານ​ນາຍົກລັດຖະມົນຕີຄົນ​ໃໝ່ Ibrahim Mahleb ລວມມີລັດຖະມົນຕີ 31 ທ່ານ ມີ​ລັດຖະທົນ​ຕີ​ຄົນ​ໃໝ່ 11 ທ່ານ​ຄື: ລັດຖະມົນຕີ​ກະຊວງ​ການ​ເງິນ, ສາທາລະນະ​ສຸກ, ຍຸຕິ​ທຳ, ​ໄຟຟ້າ, ​ເຮືອນ​ຢູ່...  ນອກຈາກ​ທ່ານ El Sisi ​ແລ້ວ, ​ໃນ​ຈຳນວນ​ລັດຖະມົນຕີຂຶ້ນກັບ​ລັດຖະບານ​ເກົ່າທີ່​ຍັງ​ຮັບດຳລົງ​ຕຳ​ແໜ່​ງ​ 20 ທ່ານນັ້ນ  ຍັງ​ມີ​ທ່ານລັດຖະມົນຕີ​ກະຊວງ​ພາຍ​ໃນ Mohamed Ibrahim ​ແລະ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Nabik Fahmy. ​ຄະນະລັດຖະບານ​ໃໝ່​ມີ​ໜ້າ​ທີ່​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ກາງ​ເດືອນ 04 ຈະ​ມາ​ເຖິງ ​ແລະ ສືບ​ຕໍ່​​ໄລຍະ​ຂ້າມ​ຜ່ານດ້ານ​ການ​ເມືອງ​ໂດຍ​ກອງທັບ​ວາງ​ອອກ.

ຂ່າວ/ບົດ​ອື່ນ