ຄະນະວິສາຫະກິດ ຟຣັ່ງ ມາຫວຽດນາມຊອກຫາ ກາລະໂອກາດດຳເນີນທຸລະກິດ

ຄະນະວິສາຫະກິດ ຟຣັ່ງ ມາຫວຽດນາມຊອກຫາ ກາລະໂອກາດດຳເນີນທຸລະກິດ - ảnh 1
ທ່ານ Federich Sanchez ແລະ ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc
(ພາບ: chinhphu.vn)

(vovworld) – ຕອນ​ບ່າຍ​ວັນ​ທີ 4/4, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Federich Sanchez, ປະທານ​ສາກົນ ​ແລະ ປະທານ​ຄະນະ​ກຳມະການ​ຫວຽດນາມ ສັງກັດ​ສະຫະ​ສະມາຄົມ​ວົງ​ການ​ເຈົ້າ​ຂອງ ຟຣັ່ງພ້ອມ​ກັບ​ວິສາ​ຫະກິດ 30 ​ແຫ່ງ​ພວມ​ຢູ່​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຕີ​ລາຄາ​ສູງ​ບົດບາດ​ຂອງ​ຟຣັ່ງ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ສຳຄັນ​ຂອງ​ຫວຽດນາມ​ຢູ່​ເອີ​ລົບ. ປະຈຸ​ບັນ, ຟຣັ່ງ ​ແມ່ນ​ນັກ​ລົງທຶນລາຍ​ໃຫຍ່​ຢູ່​​ເອີ​ລົບ​ເຂົ້າ​ຫວຽດນາມ, ຍືນ​ອັນ​ດັບ 2 ທັດ​ຈາກ ​ໂຮນ​ລັງ ດ້ວຍ 340 ​ໂຄງການ​ລົງທຶນ, ລວມຍອດ​ມູນ​ຄ່າ​ກ່ວາ 3 ຕື້ USD. ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ​ຢືນຢັນ​ວ່າ: ລັດຖະບານ​ຫວຽດນາມ ​ສ້າງ​ທຸກ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ເວົ້າ​ລວມ, ນັກ​ລົງທຶນ ຟຣັ່ງ ​ເວົ້າ​ສະ​ເພາະ ທີ່​ມາດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ປາ​ຖະໜາ​ວ່າ: 2 ຝ່າຍ​ສືບ​ຕໍ​ເພີ່ມ​ທະວີ​ການ​ຮ່ວມມື​ເສດຖະກິດ​ໃນ​ບັນດາ​ຂົງ​ເຂດ​ໃຫ້​ບຸລິມະສິດ​ຄື: ພະລັງງານ, ອາ​ວະ​ກາດ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົ​ມ ​ແລະ ​ເຮືອນ​ຢູ່.

ຂ່າວ/ບົດ​ອື່ນ