ຄະນະສິລະປະແຫ່ງລາຊະອານາຈັກກຳປູເຈຍສະແດງຢູ່ຊອກຈັງ

ຄະນະສິລະປະແຫ່ງລາຊະອານາຈັກກຳປູເຈຍສະແດງຢູ່ຊອກຈັງ - ảnh 1
ຄະນະສິລະປະແຫ່ງລາຊະອານາຈັກກຳປູເຈຍສະແດງຢູ່ຊອກຈັງ
(ພາບ: thst)


(vovworld) – ​ໃນ​ລາຍການ “ສັບ​ປະດາ​ກຳປູ​ເຈຍ ຢູ່​ຫວຽດນາມ” 2015, ຕອນ​ຄໍ່າ​ວັນ​ທີ 12/11, ຄະນະ​ສິລະ​ປະ​ແຫ່ງ​ລາຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ​ໄດ້​ມີ​ລາຍການ​ສະ​ແດງ​​ທຳ​ອິດ​ຢູ່​ແຂວງ​ຊອກ​ຈັງ ດ້ວຍ​ບັນດາ​ລາຍການຟ້ອງ​ລຳ​ທຳ​​ເພງ​ທີ່​ເປັນ​ເອກ​ະລັກສະ​ເພາະ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ສະ​ແດງ, ທ່ານ ​ເລີມ​ວັນ​ເມີນ, ຮອງ​ເລຂາ​ຄະນະ​ພັກ​ແຂວງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຊອກ​ຈັງ ຢືນຢັນ​ວ່າ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​​ແລກປ່ຽນ​ວັດທະນະທຳ, ​ແມ່ນ​ຂົ​ວ​ເຊື່ອມ​ຕໍ່​ຢ່າງ​ແທດ​ຈິງ​, ມີ​ຄວາມ​ໝາຍຢ່າງ​​ໃຫຍ່ຫຼວງ​ໃນ​ການ​ພົບ​ປະ​ແລກປ່ຽນ, ຮັດ​ແໜ້ນ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ປະຊາຊົນ 2 ປະ​ເທດ, ​ໃນ​ນັ້ນ​ມີ​ປະຊາຊົນ​ແຂວງ​ ຊອກ​ຈັງ. ການ​ເຄື່ອນ​ໄຫວ​ກໍ​ໄດ້​ປະກອບສ່ວນຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ປັບປຸບ ​ແລະ ພັດທະນາ​ສາຍພົວພັນ​ບ້ານ​​ໃກ້​ເຮືອນຄຽງ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ ລະຫວ່າງ 2 ປະ​ເທດ​ຫວຽດນາມ - ກ​ຳປູ​ເຈຍ.

      ສັບ​ປະດາ​ກຳປູ​ເຈຍ ຢູ່​ຫວຽດນາມ ຖືກ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 04 – 14/11, ​ດ້ວຍ​ການ​ເຄື່ອ​ນ​ໄຫວ​ວັດທະນະທຳ​ທີ່​ມ​ີຄວາມ​ໝາຍ​ຫຼາຍ​ຢ່າງ.

ຂ່າວ/ບົດ​ອື່ນ