ຄະນະສະມາຊິກສະພາ ແຫ່ງຊາດແຂວງຕ່າງໆ ພົບປະກັບຜູ້ມີສິດ ເລືອກຕັ້ງ

ຄະນະສະມາຊິກສະພາ ແຫ່ງຊາດແຂວງຕ່າງໆ ພົບປະກັບຜູ້ມີສິດ ເລືອກຕັ້ງ - ảnh 1
(ພາບປະກອບ)


​(vovworld) – ວັນ​ທີ 7/12, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ແຂວງຟູ໋ອຽນ, ກວາງ​ຈີ້ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທ້ອງ​ຖີ່​ນ ​ເພື່ອ​ແຈ້ງ​ກ່ຽວ​ກັບເນື້ອ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຊຸດ​ທີ 13; ​ແລະ ຮັບ​ຟັງ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ບໍລິ​ເວນ​ແຂວງ. ທີ່​ການ​ພົບ​ປະ​ຄັ້ງ​ຕ່າງໆ, ຜູ້​ມີ​ສິດ​ເລືອກ​ຕັ້ງ​ເກືອບ​ທັງ​ໝົດ​ໄດ້​ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ພິ​ເສດ​ແມ່ນ​ເລື່ອງ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ແຫ່ງ ສສ ຫວຽດນາມ (ສະບັບ​ປັບປຸງ) ​ແລະ ມະ​ຕິ​ກ່ຽວ​ກັບ​ການ​ປະຕິບັດ​ລັດຖະທຳ​ມະນູນ; ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ (ສະບັບ​ປັບປຸງ)... ສ່ວນຜູ້​ມີ​ສິດ​ເລືອກ​ຕັ້ງ ​ແຂວງ​ຟູ່ອຽນ ​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ລາຄາ​ຊົດ​ເຊີຍ​ທີ່​ດິນ​ບໍ່​ທັນ​ເໝາະ​ສົມ, ​ແລະ ສະ​ເໜີ​ເພີ່ມ​ທະວີ​ການ​ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ນະ​ໂຍບາຍ, ​ເປົ້າ​ໝາຍ​ປະຕິວັດ, ຜູ້​ມີ​ອາຍຸ​ສູງ... ຢູ່​ແຂວງ​ກວາງ​ຈີ້, ຜູ້​ມີ​ສິດ​ເລືອກ​ຕັ້ງສະ​ແດງ​ຄວາມ​ປາຖະໜາ​ວ່າ, ​ເມື່ອ​ມີ​ໂຄງການ​ຍົກຍ້າຍ​ປະຊາຊົນ, ລັດ​ຄວນ​ກໍ່ສ້າງ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ຢ່າງ​ສົມ​ບຸນ, ​ເຊິ່ງລວມມີ “​ໄຟຟ້າ, ທາງ​ຄົມມະນາຄົມ, ​ໂຮງຮຽນ, ສຸກສາລາ“, ວາງ​ແຜນ​ເຂດ​ທຳ​ການ​ຜະລິດ ກ່ອນ​ທີ່​ຈະ​ຍົກຍ້າຍ​ປະຊາຊົນ... ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ແຂວງຟູ໋ອຽນ, ກວາງ​ຈີ້ ​ໄດ້​ສະ​ເໜີ​ໃຫ້ການ​ນຳ​ບັນດາ​ພະ​ແນ​ກ, ຂະ​ແໜງ​ການ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຕອບ​ຄຳ​​ເຫັນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເພື່ອ​ໃຫ້​​ເຂົາ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກວ່າ, ພ້ອມ​ທັງ​ລວບລວມ​ເອົາ​ເພື່ອ​ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດ.

ຂ່າວ/ບົດ​ອື່ນ