ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ເກີນເທີ ລົງພົບປະກັບຜູ້ມີສິດເລືອກຕັ້ງ

ຄະນະສະມາຊິກສະພາແຫ່ງຊາດ ນະຄອນ ເກີນເທີ ລົງພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ຜູ້ມີສິດເລືອກຕັ້ງປະກອບຄຳເຫັນ
(ພາບປະກອບ)

(vovworld) – ​​ເພ​ື່ອກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 6, ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າ​ວັນ​ທີ 24/9, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ​ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງ​ພັກ, ພ້ອມ​ກັບ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ​ເກີນ​ເທີ, ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ 200 ຄົນ​ເຊິ່ງ​ແມ່ນ​ພະນັກງານ, ລັດຖະກອນ ​ແລະ ຜູ້ຕາງໜ້າ​ບັນດາ​ສາສະໜາ​ໃນ​ບໍລິ​ເວນ ​ເມືອງ ຫວີ້​ງ​ແທ້ງ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ສ່ວນ​ຫຼາຍເມືອງ ຫວີງ​ແທ້ງ ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ​ເຫັນ​ດີ​ເປັນ​ເອກະສັນ​ຢ່າງສູງ​ດ້ວຍ​ໝາກຜົນ​ຂອງ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 13. ພິ​ເສດ, ບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ຖືກສະມາຊິກ​ສະພາ​ແຫ່ງ​ຊາດ ສົ່ງ​ເຖິງ​ກອງ​ປະຊຸມ​ລ້ວນ​ແຕ່​ໄດ້​ຮັບ​ການ​ແກ້​ໄຂ. ທີ່​ການ​ພົບ​ປະ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສະ​ເໜີ​ໃຫ້​ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຄວນ​ລົງທຶນ, ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ​ໃຫ້ບຸລິມະສິດ​ແຫຼ່ງທຶນ​ສຳລັບ​ພື້ນຖານ​ໂຄງ​ລ່າງ​ຢູ່​ທ້ອງ​ຖິ່ນ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ກໍ່​ປາດ​ຖາ​ໜາ​ວ່າ: ລັດ​ມີ​ແຜນ​ນະ​ໂຍບາຍ​ລະອຽດ, ​ແທດ​ຈິງ​ໃນ​ການ​ເກັບ​ຊື້​ເຂົ້າສານ​ຊົ່ວຄາວ, ຄວນ​ມີ​ມາດຕະການ​ສ້າງ​ຄວາມ​ເປັນ​ປົກກະຕິ​ດ້ານ​ລາຄາ​ວັດ​ຖຸກະສິກຳ...

ຂ່າວ/ບົດ​ອື່ນ