ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ຄະນະຜູ້ແທນ ຫວຽດນາມ ກໍ່ແບ່ງປັນບົດຮຽນ ແລະ ຍົກອອກບາງຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງບັນດາຫົວເລື່ອງຄື “ຮັບປະກັນການສຳຜັດດ້ານການແພດຢ່າງຍຸຕິທຳສຳລັບແມ່ຍິງ” ແລະ “ແມ່ຍິງສວມບົດບາດໃຈກາງຂອງການພັດທະນາ”.
 ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມກອງປະຊຸມກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ຮ່ວມກອງປະຊຸມ
(ພາບ: TTXVN)

        ໃນລະຫວ່າງວັນທີ 13-14 ກັນຍາ, ຄະນະສະມາຊິກສະພາແຫ່ງຊາດ ຫວຽດນາມ ນຳໂດຍທ່ານ ດົນຕວນຟອງ, ຮອງຫົວໜ້າກຳມາທິການການຕ່າງປະເທດສະພາແຫ່ງຊາດ, ເປັນຫົວໜ້າຄະນະ, ໄດ້ເຂົ້າຮ່ວມກອງປະຊຸມລັດຖະສະພາຄັ້ງທີ 3 ພາກພື້ນ ອາຊີ - ປາຊີຟິກ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) ຢູ່ ປາກິດສະຖານ.

        ທີ່ກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ຖືວ່າ, ບັນດາຜົນກະທົບຈາການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດໂຄວິດ-19, ຄວາມຂາດສະຖຽນລະພາບດ້ານພູມສາດການເມືອງຢູ່ບາງເຂດ… ນັ້ນ ໄດ້ກໍ່ໃຫ້ເກີດສິ່ງທ້າທາຍໃຫ້ແກ່ເລື່ອງເດີນຕາມ ແລະ ປະຕິບັດບັນດາ SDG ໃຫ້ປະກົດຜົນເປັນຈິງ. ຄະນະຜູ້ແທນ ຫວຽດນາມ ກໍ່ແບ່ງປັນບົດຮຽນ ແລະ ຍົກອອກບາງຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງບັນດາຫົວເລື່ອງຄື “ຮັບປະກັນການສຳຜັດດ້ານການແພດຢ່າງຍຸຕິທຳສຳລັບແມ່ຍິງ” ແລະ “ແມ່ຍິງສວມບົດບາດໃຈກາງຂອງການພັດທະນາ”.

        ຢູ່ນອກກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ພົບປະກັບປະທານສະພາແຫ່ງຊາດ ປາກິດສະຖານ ແລະ ປະທານ IPU; ເຮັດວຽກກັບປະທານກຳມາທິການການຕ່າງປະເທດສະພາສູງ ແລະ ສະພາຕ່ຳ ປາກິດສະຖານ; ຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ