ຄະນະສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆພົບປະກັບຜູ້ມີສິດເລືອກຕັ້ງ

ຄະນະສະມາຊິກສະພາແຫ່ງຊາດຢູ່ທ້ອງຖິ່ນຕ່າງໆພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລາວ​ກາຍ
ໄດ້​ປະ​ຕິ​ບັດ​ລາຍ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ
(ພາບ: baolaocai)

(vovworld) –​ ເພື່ອ​ກະ​ກ​ຽ​ມ​ໃຫ້​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ທ້ອງ​ຖິ່ນ​ຕ່າງໆ ໄດ້​ຈັດ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ເພື່ອ​​ແຈ້ງໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ຮັບ​ຊາບກ່ຽວ​ກັບ​​ໝາກ​ຜົ​ນການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ, ການ​ຄາດ​ຄະ​ເນ​ເນື້ອ​ໃນ​ລາຍ​ການ​ຂອງກ​ອງ​ປະ​ຊຸມ ແລະ ຮັບ​ເ​ອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທີ່​ສະ​ເໜີ​ຕໍ່​ສະ​ພາ​ແຫ່ງ​ຊາດ.

      ໃນ​ລະ​ຫວ່າງວັນ​ທີ 08 – 11/03, ຄະ​ນະ​​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລາວ​ກາຍ ໄດ້​ປະ​ຕິ​ບັດ​ລາຍ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ບັນ​ດາ​ເມ​ືອງ: ຊາ​ປາ, ບ໋າດ​ຊາດ, ບັ໋ກ​ຮ່າ ແລະ ເມື່ອງ​ເຄືອງ. ກ່າວ​ຄຳ​ເຫັນ​ທີ່​ບັນ​ດາ​ການ​ພົບ​ປະ, ທ່ານ ຢ່າງ​ແຊວ​ຟື, ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ໄດ້​ຕາງ​ໜ້າ​ໃຫ້​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ລາວ​ກາຍ ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນ​ະຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ແລະ ຢື​ນ​ຢັນ​ວ່າ, ບັນ​ຫາ​ທີ່​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່​ທ້​ອງ​ຖິ່​ນ​ຕ່າງໆ​ສະ​ເໜີ​ກ່ຽ​ວ​ຂ້ອງ​ເຖິງ​ຂົງ​ເຂດ​ທ​ີ່​ດິນ, ພື້ນ​ຖານ​ໂຄງ​ລ່າງ, ວຽກ​ງານກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່… ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ຈາກ​ຂັ້ນ​ເມືອງ, ແຂວງ. ສຳ​ລັບ​ບັນ​ດາ​ຄຳ​ເຫັນ, ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​​ທີ່ຂຶ້ນ​ກັບ​ສິດ​ອຳ​ນາດ​ຂອງ​ສູນ​ກາງ, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຈ​ະ​ລວບ​ລວມ ສົ່ງ​ເຖິງ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ, ແກ້​ໄຂ.

      ແລະ​ກໍ​ໃນ​ລະ​ຫວ່າງວັນ​ທີ 08 – 11/03, ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ຈ່າ​ວິງ ກໍ​ໄດ້​ຈັດ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ 6 ເມືອງ​ໃນ​ບໍ​ລິ​ເວັນ​ແຂວງ ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​​ດຳ​ເນີນ​ກອງ​ປ​ະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 11, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ ຊຸດ​ທີ 13.

ຂ່າວ/ບົດ​ອື່ນ