ຄະນະສະມາຊິກສະພາແຫ່ງຊາດຫຼາຍຄະນະໄດ້ມາຮອດຮ່າໂນ້ຍເຂົ້າຮ່ວມກອງປະຊຸມIPU132

ຄະນະສະມາຊິກສະພາແຫ່ງຊາດຫຼາຍຄະນະໄດ້ມາຮອດຮ່າໂນ້ຍເຂົ້າຮ່ວມກອງປະຊຸມIPU132 - ảnh 1
ຕຳຫຼວດ ຈາ​ລະ​ຈອນ​ເຮັດ​ວຽກ​ຢູ່ນອກ​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ
(ພາບ: Doãn Tấn/TTXVN)

(vovworld) – ມີ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ປະ​ມານ 30 ​ຄະ​ນະຂອງ​ບັນ​ດາ​ປະ​ເທດ ແລະ ​ບັນ​ດາອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໄດ້​ມາ​ຮອດ​ ຮ່າ​ໂນ້ຍ ​ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​​ສະ​ຫະ​ພັນລັດ​ຖະ​ສະ​ພາ​​ສາ​ກົນ​ຄັ້ງທີ 132 (IPU 132), ຖືກ​ຈັດ​ຕັ້ງ​ໃນ​ລະ​ຫວ່າງວັນ​ທີ 28/3 – 1/4/2015. ສະ​ເພາະ​ໃນ​ວັນ​ທີ 25/3, ບັນ​ດາ​ອະ​ນຸ​ກຳ​ມະ​ການ​ຂຶ້ນ​ກັບ​ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ IPU 132 ໄດ້​ຕ້ອ​ນ​ຮັບ​ ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ກ່​ວາ 20 ຄະ​ນະຂອງ​ບັນ​ດາ​ປະ​ເທດ​ຄື: Netheriands, Algeria, Venezuala, Pakistan…

        ແລະ​ກໍ່​ໃນ​ວັນ​ທີ 25/3, ທີ່​ການ​ຕ້ອນ​ຮັບ​ທ່ານ​ Saber Choedhury, ປະ​ທານ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາສາ​ກົນ (IPU) ພວມ​ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ IPU ແລະ ພິ​ເສດ​ຖື​ເປັນ​ສຳ​ຄັນ​ກອງ​ປະ​ຊຸມ​ IPU 132 ຢູ່ ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ “ບັນ​ດາ​ຈຸດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ຫັນ​ຄຳ​ເວົ້າ​ເປັນ​ການ​ກະ​ທຳ”. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖືນີ້​ແມ່ນ​ຫົ​ວເລື່ອງ​ເໝາະ​ສົມ​ກັບ​ສະ​ພາບ​ການ​ໃນ​ປີ 2015, ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ບັນ​ດາ​ຈຸດ​ໝາຍ​ໃນ​ຍຸດ​ທະ​ສາດ IPU ໄລ​ຍະ 2012 – 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ຢັ້ງ​ຢືນ​ວ່າ: ຫວຽດ​ນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້ IPU 132 ບັນ​ລຸ​ຜົນ​ສຳ​ເລັດ.


ຂ່າວ/ບົດ​ອື່ນ