ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວາງ​ນິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) - ວັນທີ 11 ພະຈິກ, ທ່ານ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ ໄດ້ນຳໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ກວາງນິງ ລົງພົບປະກັບຜູ້ມີສິດເລືອກຕັ້ງເທດສະບານ ດົງຈ່ຽວ (ແຂວງ ກວາງນິງ), ກ່ອນດຳເນີນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.
ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກວາງ​ນິງ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ກ່ອນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV - ảnh 1ທ່ານ ຫງວຽນຊວັນຖັງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກຄອມມູນິດ ຫວຽດນາມ (ພາບ: TTXVN)

ນະທີ່ນີ້, ທ່ານ ຫງວຽນຊວັນຖັງ ໄດ້ແຈ້ງໃຫ້ຊາບວ່າ ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຄາດວ່າຈະໄດ້ດຳເນີນແຕ່ວັນທີ 20 ພຶດສະພາ ຫາວັນທີ 28 ມິຖຸນາ, ໂດຍແບ່ງອອກເປັນ 2 ຄັ້ງ. ໃນກອງປະຊຸມດັ່ງກ່າວ, ສະພາແຫ່ງຊາດ ຈະປະກອບຄຳເຫັນໃສ່ຮ່າງກົດໝາຍບາງສະບັບ ແລະ ຄາດວ່າຈະຮັບຮອງເອົາຮ່າງມະຕິສຳຄັນບາງສະບັບ.

ໃນການພົບປະກັບຜູ້ມີສິດເລືອກຕັ້ງ, ຜູ້ຕາງໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ກວາງນິງ ແລະ ບັນດາຂະແໜງການທີ່ມີໜ້າທີ່ ໄດ້ຕອບຄຳຊັກຖາມຂອງຜູ້ມີສິດເລືອກຕັ້ງເທດສະບານ ດົງຈ່ຽວ ກ່ຽວກັບບາງບັນຫາທີ່ນອນໃນສິດອໍານາດ; ພ້ອມທັງ, ຮັບຮູ້ ແລະ ລວບລວມເອົາຄຳເຫັນປະກອບ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ ທີ່ໄດ້ຝາກມາຍັງສະພາແຫ່ງຊາດ ກໍຄືບັນດາອົງການເຈົ້າໜ້າທີ່ກ່ຽວຂ້ອງພິຈາລະນາ ແລະ ແກ້ໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ