ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ບາກ​ລຽວ ແລະ ແຂວງ ບັກ​ນິງ ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ

(VOVWORLD) -  ວັນທີ 9 ເມສາ, ຢູ່ ບາກລຽວ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບາກລຽວ ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV.
ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ບາກ​ລຽວ ແລະ ແຂວງ ບັກ​ນິງ ​ລົງພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ - ảnh 1ທ່ານເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກ່າວຄຳເຫັນທີ່ການພົບປະ (ພາບ: TTXVN)

ບັນດາຜູ້ມີສິດເລືອກຕັ້ງປາດຖະໜາວ່າ ໃນອາຍຸການຈະມາເຖິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ຈະສືບຕໍ່ເສີມຂະຫຍາຍພຸມປັນຍາ, ປະກອບສ່ວນເຂົ້າໃນການເຄື່ອນໄຫວຂອງສະພາແຫ່ງຊາດຫຼາຍກວ່າອີກ ແລະ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງຜູ້ມີສິດເລືອກຕັ້ງຢ່າງແທ້ຈິງ.

        ກ່າວຄຳເຫັນທີ່ການພົບປະ, ທ່ານເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກວ່າ: ຄຳຄິດເຫັນທັງໝົດຂອງຜູ້ມີສິດເລືອກຕັ້ງ ໄດ້ສະແດງໃຫ້ເຫັນວ່າ ຜູ້ມີສິດເລືອກຕັ້ງມີຄວາມສົນໃຈຕໍ່ບັນດາບັນຫາຂອງປະເທດຊາດ ແລະ ທ້ອງຖິ່ນທີ່ສຸດ. ຄະນະສະມາຊິກສະພາແຫ່ງຊາດແຂວງ ຈະລວບລວມຄຳເຫັນເພື່ອສົ່ງເຖິງສູນກາງພັກພິຈາລະນາ, ແກ້ໄຂຕາມສິດອຳນາດ ແລະ ລາຍງານຕໍ່ສະພາແຫ່ງຊາດ. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ກໍຕັກເຕືອນວ່າ ແຂວງ ບາກລຽວ ຈົ່ງສືບຕໍ່ປະຕິບັດເປົ້າໝາຍພັດທະນາຂະແໜງລ້ຽງກຸ້ງ, ກະສິກຳ; ເອົາໃຈໃສ່ເຖິງການສ້າງພື້ນຖານໂຄງລ່າງໃຫ້ສຳເລັດ.

        ໃນວັນດຽວກັນ, ຢູ່ບັກນິງ, ຄະນະສະມາຊິກສະພາແຫ່ງຊາດແຂວງ ບັກນິງ ກໍສົມທົບກັບຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມແຂວງ ບັກນິງ ຈັດຕັ້ງການລົງພົບປະກັບຜູ້ມີສິດເລືອກຕັ້ງເຊັ່ນດຽວກັນ. ນະທີ່ນີ້, ຜູ້ມີສິດເລືອກຕັ້ງແຂວງ ບັກນິງ ຕີລາຄາສູງໝາກຜົນຂອງກອງປະຊຸມສະໄໝສາມັນເທື່ອທີ 11, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIV ແລະ ສະແດງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ລັດ. 

ຕອບກັບ

ຂ່າວ/ບົດ​ອື່ນ