ຄະນະສາສະຫນາລັດຖະບານພົບປະກັບຍົດຖາບັນດາສັກຊື່ງແມ່ນສະມາຊິກສະພາແຫ່ງຊາດຊຸດທີXIV

ຄະນະສາສະຫນາລັດຖະບານພົບປະກັບຍົດຖາບັນດາສັກຊື່ງແມ່ນສະມາຊິກສະພາແຫ່ງຊາດຊຸດທີXIV - ảnh 1
​ທ່ານ ບຸ່ຍ​ແທງ​ຮ່າ, ຮອງ​ຫົວ​ໜ້າ​ຄະ​ນະ​ສາ​ສະ​ໜາ​ລັດ​ຖະ​ບານກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ
(ພາບ:  Nguyễn Dân/TTXVN)

(vovworld)-  ຕອນ​ຄ່ຳ​ວັນ​ທີ 14/11, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​​ຜູ້​ມີຍົດ​ຖາ​ບັນ​ດາ​ສັກ​ຂອງ​ສາ​ສະ​ໜາ​ຕ່າງໆ ຊື່​ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊ​ຸດ​ທີ 14, ທ່ານ ບູ່ຍ​ແທ​ງ​ຮ່າ, ຮອງ​ຫົວ​ຫນ້າ​ຄະ​ນະ​ສາ​ສະ​ຫນາ​ລັດ​ຖະ​ບານ ປາດ​ຖະ​ຫນາ​​ບັນ​ດາ​ຜູ້​ມີ ຍົດ​ຖາ​ບັນ​ດາ​ສັກ​ສາ​ສະ​ໜາຍາ​ມ​ໃດ​ກໍປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ຫນ້າ​ທີ່​​ສຳ​ຄັນຂອງ​ຜູ້​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ, ຕົວ​ແທນ​​ໃຫ້​ສາ​ສະ​ຫນາ​ ຂອງ​ຕົນ​ໃນ​ວິ​ວັດ​ແຫ່ງ​ການ​ປະ​ຕິ​ບັດ​ຫນ້າ​ທີ່​ຂອງ​ສະ​ພາ​ແຫ່ງ​ຊາດ, ຍາມ​ໃດ​ກໍ​ຫນູນ​ຊ່ວຍ, ຊ່ວຍ​ເຫລືອ​ບັນ​ດາ​ອົງ​ການ, ໃນ​ນັ້ນ ມີ​ຄະ​ນະ​ສາ​ສະ​ຫນາ​ລັ​ດ​ຖະ​ບານ ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ຫນ້າ​ທີ່. ທ່ານ ບູ່ຍ​ແທງ​ຮ່າ ໃຫ້​ຮູ້​ວ່າ: ເພື່ອ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫລື້ອມ​ໃສ​ສາ​ສະ​ຫນາ, ສາ​ສະ​ຫນາ ຂອງ​ປະ​ຊາ​ຊົນ, ສິດ​ຂອງ​ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງສ່ວນ​ບຸກ​ຄົນໃຫ້​ດີກວ່າ, ພ້ອມ​ທັງຮັບ​ປະ​ກັນການ​ພັດ​ທະ​ນາ ແລະ ຄວາມ​ເປັນ​ປົກ​ກະ​ຕິ​ຂອງ​ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ໃນ​ການ​ເຊື່ອ​ຖື​ສາ​ສະ​ຫນາ, ກົດ​ໝາຍ​ວ່າ​ດ້ວຍ​ການ​​ເຊື່ອ​ຖືສາ​ສະ​ຫນາ, ສາ​ສະ​ຫນາ ໄດ້​ຮັບ​ການກໍ່​ສ້າງ ແລະ ຍື່ນ​ສະ​ເຫນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​​ຮັບ​ຮ​ອງ​ເອົາ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ ຄັ້ງ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 14. ທ່ານ ບູ່ຍ​ແທງ​ຮ່າ ປາດ​ຖະ​ຫນາ​ວ່າຜູ້​ທີ່​ມີ ຍົດ​ຖາ​ບັນ​ດາ​ສັກ​ສະ​ສາ​ໜາ​ຕ່າງ ຊື່ງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສືບ​ຕໍ່​ຄົ້ນ​ຄ້​ວາ, ປະ​ກອບ​ສ່ວນ​ເພື່ອ​ໃຫ້​ຮ່າງ​ກົດ​ໝາຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ.



ຂ່າວ/ບົດ​ອື່ນ