ຄະນະສາສະໜາລັດຖະບານຈັດຕັ້ງ ການຝຶກອົບຮົບດ້ານວິຊາການ ກ່ຽວກັບສາສະໜາ

ຄະນະສາສະໜາລັດຖະບານຈັດຕັ້ງ ການຝຶກອົບຮົບດ້ານວິຊາການ ກ່ຽວກັບສາສະໜາ - ảnh 1
(ພາບປະກອບ)

(vovworld) - ​ໃນ​ລະຫວ່າງ​ວັນ​ທີ 10 – 12/9, ຢູ່​ນະຄອນ​ດ່າ​ນັ້ງ, ສູນ​ຄົ້ນຄວ້າ, ບຳລຸງ​ວິຊາ​ການວຽກ​ງານ​ສາສະໜາ - ຄະນະ​ສາສະໜາ​ລັດຖະບານ ​ໄດ້​ຈັດ​ຕັ້ງ​ການຝຶກ​ອົບ​ຮົບ​ດ້ານ​ວິຊາ​ການ​ໃຫ້​ແກ່ພະນັກງານ 150 ຄົນທີ​ເຮ​ັດວຽກ​ງານ​ສາສະໜາ​ໃນ​ທົ່ວ​ປະ​ເທດ. ຊຸດ​ຝຶກ​ອົບ​ຮົບ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ພະນັກງານ​ເຮັດ​ວຽກງານ​ສາສະໜາກຳ​ແໜ້ນ ບັນດາທັດສະນະ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຕໍ່​ສາສະໜາ. ທ່ານ Than Van Chung, ຫົວ​ໜ້າ​ສູນ​ຄົ້ນຄວ້າ, ບຳລຸງ​ວິຊາ​ການວຽກ​ງານສາສະໜາ, ສັງກັດຄະນະສາສະໜາ​ລັດຖະບານ​, ໃຫ້​ຮູ້​ວ່າ.

“​ໃນ​ຊຸມ​ປີຜ່ານມາ, ວຽກ​ງານສາສະໜາ​ໄດ້​ປະ​ກອບ​ສ່ວນ​ກໍ່ສ້າງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ​ແນະນຳ ​ແລະ ຊ່ວຍ​​ເຫຼື​ອປະຊາຊົນ​ທີ່​ເຊື່ອ​ຖື​ສາສະໜາ​ເຂົ້າ​ຮ່ວມ​ຂະ​ບວນການ​ແຂ່ງ​ຂັນ​ຮັກຊາ​ດ, ສ້າງ​ການ​ດຳລົງ​ຊີວິດ ​ແລະ ສາສະໜາ​ໃຫ້​ດີງາມ. ທຸກໆ​ປີ, ພວກ​ຂ້າພະ​ເຈົ້າ​ກຳນົດ​ສະໜອງ​ບັນດາ​ຂໍ້​ມູນ​ໃໝ່​ກ່ຽວຂ້ອງ​ເຖິງ​ສະພາບ​ສາສະໜາ, ວຽກ​ງານສາສະໜາ​ໃຫ້​ແກ່ຖັນ​ແຖວ​ພະນັກງານ​ຄຸ້ມ​ຄອງຄະນະສາສະໜາ​ຢູ່​​ແຂວງຕ່າງໆ ​ຊ່ວຍ​ໃຫ້​ການ​ນຳຄະນະສາສະໜາ​ບັນດາ​ແຂວງ​ມີຂໍ້​ມູນ​ໃໝ່ ​ເພື່ອ​ຮັບ​ໃຊ້​ໃຫ້​​ແກ່​ວຽກ​ງານ​ເສນາ​ທິການ ນຳສະ​ເໜີ​ວຽກ​ງານ​ຄຸ້ມ​ຄອງ​ແຫ່ງ​ລັດ​ກ່ຽວ​ກັບສາສະໜາ​ຢູ່​​ແຂວງ​ຕ່າງໆ”.

ຂ່າວ/ບົດ​ອື່ນ