ຄະນະສາສະໜາລັດຖະບານມີບົດບາດເປັນຂົວຕໍ່ໃນການປະຕິບັດນະໂຍບາຍສາສະໜາຂອງພັກແລະລັດ

ຄະນະສາສະໜາລັດຖະບານມີບົດບາດເປັນຂົວຕໍ່ໃນການປະຕິບັດນະໂຍບາຍສາສະໜາຂອງພັກແລະລັດ - ảnh 1
ພິທີ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງຄະນະ​
ສາສະໜາ​ລັດຖະບານ​ ຄົບຮອບ 60 ປີ


(vovworld) - ຕອນ​ເຊົ້າ​ວັນ​ທີ 30/7 ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ ວັນ​ສ້າງ​ຕັ້ງຄະນະ​ສາສະໜາ​ລັດຖະບານ​ ຄົບຮອບ 60 ປີ, ຄື (2/8/1955-2/8/2015). ກ່າວ​ຄວາມ​ເຫັນ​ທີ່​ພິທີ​ສະ​ເຫຼີ​ມສະຫຼອງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ຊີ້​ແຈ້ງວ່າ: ຜ່ານ 60 ປີ ​ແຫ່ງ​ການ​ພັດທະນາ ​ແລະ ​ເຕີບ​ໃຫຍ່, ຂະ​ແໜງຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ສາສະໜາ​ຍາມ​ໃດ​ກໍ່​ມີ​ບົດບາດ​ສຳຄັນ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ສາສະໜາ​ຂອງ​ພັກ ​ແລະ ລັດ; ປະກອບສ່ວນ​ປັບປຸງ, ​ເສີມ​ຂະ​ຫຍາຍກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທັງ​ຊາດ; ພັດທະນາ​ເສດຖະກິດ, ສັງຄົມ​ຂອງ​ປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເນັ້ນ​ໜັກ​ວ່າ, ຊາວ​ຫວຽດນາມ ​ເຖິງ​ວ່າ​ຈະ​ເຊື່ອ​ຖື​ສາສະໜາ ຫຼື​ບໍ່​ເຊື່ອ​ຖື​ສາສະໜາ ກໍ່​ລ້ວນ​ແຕ່​ມີ​ຄວາມ​ຮັກ​ຊາດ​ຢ່າງ​ລົ້ນ​ເຫຼືອ ​ແລະ ສູ້​ຊົນ​ເພື່ອ​ເອກະລາດ​ແຫ່ງ​ຊາດ, ​ເພື່ອ​ເສລີພາບ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເຊື່ອ​ໝັ້ນ​ວ່າ, ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ສາສະ​ນິກກະ​ຊົນ​ ສາສະໜາ​ຕ່າງໆ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ທີ່​ດີ​ຂອງ​ສາສະໜາ, ຂອງ​ວັດທະນະທຳ​ແຫ່ງ​ຊາດ ​ເພື່ອ​ໃຫ້​ສັງຄົມ​ນັບມື້ນັບ​ມີ​ຄວາມ​ສະຫງົບ, ປະຊາຊົນ​ມີ​ຄວາມ​ຜາ​ສຸກ, ປະ​ເທດ​ຊາດ​ນັບ​ມື້​ນັບ​ວັດທະນາ​ຖາວອນ. ຕາງໜ້າ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ໄດ້​ປະດັບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ​ໜຶ່ງ​ໃຫ້​ຄະນະ​ສາສະໜາ​ລັດຖະບານ.




ຂ່າວ/ບົດ​ອື່ນ