ຄະ​ນະຫວຽດ​ນາມ ປະ​ຈຳ ເຊີ​ແນວ ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ

(VOVWORLD) -ສປຊ ໄດ້ເລືອກເອົາຫົວຂໍ້ວັນແມ່ຍິງສາກົນ ທີ 8 ມີນາ ປີນີ້ວ່າ “ຄວາມສະເໝີພາບລະຫວ່າງຍິງ - ຊາຍໃນວັນນີ້ ເພື່ອອະນາຄົດທີ່ຍືນຍົງ”.

 ພິທີສະເຫຼີມສະຫຼອງວັນແມ່ຍິງສາກົນປີນີ້ ແມ່ນເພື່ອແນໃສ່ຮັບຮູ້ ແລະ ຍ້ອງຍໍຊົມເຊີຍແມ່ຍິງ ແລະ ເດັກຍິງທີ່ນຳໜ້າໃນການປັບຕົວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຍ້ອງຍໍຊົມເຊີຍບົດບາດນຳພາ ແລະ ການປະກອບສ່ວນຂອງເຂົ້າເຈົ້າຕໍ່ອະນາຄົດທີ່ຍືນຍົງ.

ໂດຍຕອບສະໜອງຫົວຂໍ້ນີ້, ຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ, ອົງການການຄ້າໂລກ ແລະ ອົງການຈັດຕັ້ງສາກົນອື່ນໆ ປະຈຳ ເຊີແນວ, ສະວິດ ໄດ້ເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງຕ່າງໆ ແລະ ກອງປະຊຸມສຳມະນາແບບທາງໄກ ໂດຍບັນດາອົງການຈັດຕັ້ງສາກົນ ປະຈຳ ເຊີແນວສົມທົບກັນຈັດຕັ້ງ.

ມາຮອດປັດຈຸບັນ, ຫວຽດນາມ ໄດ້ຮັບຄວາມຊົມເຊີຍຈາກປະຊາຄົມສາກົນ ຍ້ອນບັນລຸໄດ້ຜົນງານຫຼາຍພໍສົມຄວນກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ຍົກສູງສິດທິຂອງແມ່ຍິງ ໃນການເຂົ້າຮ່ວມວຽກງານຄຸ້ມຄອງບໍລິຫານ.


ຕອບກັບ

ຂ່າວ/ບົດ​ອື່ນ