ຄະນະຮັບຜິດຊອບພິທີຊາປະ ນະກິດສົບລະດັບຊາດ ພົນເອກຫວໍ້ງວຽນຢາບ ຈັດວາລະປະຊຸມຄົບຄະນະ

ຄະນະຮັບຜິດຊອບພິທີຊາປະ ນະກິດສົບລະດັບຊາດ ພົນເອກຫວໍ້ງວຽນຢາບ ຈັດວາລະປະຊຸມຄົບຄະນະ - ảnh 1
 (ພາບ:
news.zing.vn)

 (vovworld)-​​​​ ​ ຕອນ​ບ່າຍວັນ​ທີ 7/10, ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ຫງວຽນ​ຊວນ​ຟຸກ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າຄະນະ ຮັບຜິດຊອບ​ພິ​ທີ​ຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ, ຫົວໜ້າຄະນະ ຮັບຜິດຊອບ​ພິ​ທີ​ຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ຈັດ​ວາລະ​ປະຊຸມ​ຄົບ​ຄະນະ​ຄັ້ງທີ 1 ກັບ​ບັນດາ​ສະມາຊິກ​ໃນ​ຄະນະ ​ແລະ ການ​ນຳ​ບັນດາ​ກະຊວງ, ຄະນະ, ຂະ​ແໜງ​ການ, ອົງການ​ຈັ​ດຕັ້ງການ​ເມືອງ​ສັງຄົມ ​ແລະ ຄອບ​ຄົວທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ເພື່ອ​ເອກະ​ພາບ​ກ່ຽວ​ກັບ​ແຜນການ​ຈັດຕັ້ງພິ​ທີ​ຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ.

  ທີ່​ການ​ປະຊຸມ, ການ​ນຳ​ບັນດາ​ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງຕຳຫຼວດ, ກະຊວງ​ການ​ຕ່າງປະ​ເທດ…​ນະຄອນຫຼວງ​ຮ່າ​ໂນ້ຍ, ​ແຂວງ​ກວາງ​ບິງ, ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ ​ແລະ ຄອບ​ຄົວທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໄດ້​ປະກາດ​​ແຜນການ​ສົມທົບ​ກັນ​ຈັດພິ​ທີ​ຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ​ໃນ​ວັນ​ທີ 12-13/10 ຈະ​ມາ​ເຖິງ. ສະຫລຸບ​ກອງ​ປະຊຸມ, ທ່ານຮອງ​ນາຍົກລັດຖະມົນຕີ​ຫງວຽນ​ຊວນ​ຟຸກ ຮຽກຮ້ອງ​ໃຫ້ ຄະນະຮັບຜິດຊອບ​ພິ​ທີ​ຊາ​ປະ​ນະ​ກິດ​ສົບລະດັບ​ຊາດ ຕ້ອງ​ກະກຽມ​ຢ່າງ​ລະອຽດ​ລະ​ອໍ​ດ້ວຍ​ອາລົມ​ຈິດ​ຄວາມ​ຮັກ​ແພງ ​ແລະ ຄວາມ​ຮັບຜິດຊອບ​ສູງ​ສຸດ​ເພື່ອ​​ຈັດພິ​ທີ​ຊາ​ປະ​ນະ​ກິດ​ສົບທ່ານ​ພົນ​ເອກຫວໍ້​ງວຽນ​ຢາ​ບ ຢ່າງ​ສົ​ມກຽດ, ລອບ​ຄອບ​ທີ່​ຖ້ວນ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ນະຄອນຫຼວງ​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ​ກວາງ​ບິ່ງ ບ້ານ​ເກີດ​ເມືອງ​ນອນ​ຂອງ​ທ່ານ​ພົນ​ເອກ.

ຂ່າວ/ບົດ​ອື່ນ