ຄະນະເຈລະຈາອາບການິດສຖານໄປເຖິງປາກິດສຖານເຈລະຈາກັບຕາລີບານ

ຄະນະເຈລະຈາອາບການິດສຖານໄປເຖິງປາກິດສຖານເຈລະຈາກັບຕາລີບານ - ảnh 1
(ພາບປະກອບ)

​​(vovworld) - ວັນ​ທີ 07/07, ທ່ານ​ປະທານາທິບໍ​ດີ​ອາບ​ກາ​ນິດ​ສຖານ Ashraf Ghani ​ໃຫ້​ຮູ້​ວ່າ, ຄະນະ​ຜູ້​ແທນ​ໜຶ່ງຂອງ​ປະ​ເທດ​ນີ້​ໂດຍ​ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Hekmat Khalil Karzai ນຳ​ໜ້າ, ​ໄດ້​ໄປ​ເຖິງນະຄອນຫຼວງ ອິດສລາມາ​ບາດ ຂອງ​ປາ​ກິດ​ສຖານ ​ໃນ​ຄວາມ​ມານະ​ພະຍາຍາມ​ຄັ້ງ​ຫຼ້າສຸດ​ ​ເພື່ອ​​ແນ​ໃສ່​ເລີ່​ມດຳ​ເນີນບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ​ພວກ​ທະຫານ​ກະບົດ ຕາ​ລີ​ບານ. ບັນດາ​ຄວາມ​ມານະພະຍາ​ຍາມຢ່າງ​ເປັນ​ທາງ​ການ​ເພື່ອ​ແນ​ໃສ່​ເຊື່ອມ​ຕໍ່​ການ​​ເຈລະຈາ​ສັນຕິພາບ​ກັບ​ຕາ​ລີ​ບານ ຫວ່າງ​ມໍ່ໆ​ມາ​ນີ້ ບໍ່​ບັນລຸ​ໄດ້​ໝາກຜົນ​ທີ່​ໜ້າ​ຊົມ​ຊື່ນ, ​ແຕ່ບັນດາ​ການ​ເຈລະຈາ​ບໍ່​​ເປັນ​ທາງ​ການ​ໄດ້​ຮັບ​ການຈັດ​ຕັ້ງ​ຢ່າງ​ປິດລັບ​ໃນ​ໄລຍະ​ຜ່ານ​ມາ. ຕາ​ລີ​ບານ​ ​ໄດ້​ວາງ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ການ​ເຈລະຈາ, ​ໃນ​ນັ້ນ​​ໄດ້​ເນັ້ນ​ໜັກ​ວ່າ ກອງທັບ​ຕ່າງປະ​ເທດ​​ຕ້ອງ​ຖອນ​ກຳລັງ​ທະຫານ​ທັງ​ໝົດ​ອອກ​ຈາກ​ຕາ​ລີ​ບານ​.

ຂ່າວ/ບົດ​ອື່ນ