ຄະນະເສດຖະກິດສູນກາງພັກ ຕ້ອງສືບຕໍ່ ເສີມຂະຫຍາຍບົດບາດ ຂອງອົງການເປັນເສນາທິການຍຸດທະສາດຂອງພັກ

ຄະນະເສດຖະກິດສູນກາງພັກ ຕ້ອງສືບຕໍ່ ເສີມຂະຫຍາຍບົດບາດ ຂອງອົງການເປັນເສນາທິການຍຸດທະສາດຂອງພັກ - ảnh 1
ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ
ເຮ​ັດວຽກ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ​ພັກ
(ພາບ: qdnd.vn)


(vovworld) - ວັນ​ທີ 11/01, ກ່າວ​ຄຳ​ເຫັນ​ທີ່​ການ​ເຮ​ັດວຽກ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫວຽນ​ຟຸຈ້ອງ ​ເນັ້ນ​ໜັກ​ວ່າ ພັກ​ກອມ​ມູນິດ​ຫວຽດນາມ ​​ແມ່ນ​ພັກ​ກຳ​ອຳນາດ, ຊີ້​ນຳ​ທຸກໆ​ຂົງ​ເຂດ​ຂອງ​ຊີວິດ​ສັງຄົມ, ​ໃນ​ນັ້ນ​ເສດຖະກິດ​ໄດ້​ສວມ​ບົດບາດ​ເປັນ​ໃຈກາງ. ​ເພື່ອ​ເຮັດ​ສິ່ງ​ດັ່ງ​ກ່າວ​ໃຫ້​ໄດ້, ຕ້ອງ​ມີ​ຄະນະ​ເສນາ​ທິການ​ກ່ຽວ​ກັບ​ເສດຖະກິດ, ສັງຄົມ ​ເພື່ອ​ສະ​ເໜີ​ກັບ​ສູນ​ກາງ​ບັນ​ດາ​ທິດ​ທາງ ​ແລະ ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ມີ​ວິ​ໄສ​ທັດ​ຍຸດ​ທະ​ສາດ.

        ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ສະ​ເໜີວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ເສດຖະກິດ​ສຸນ​ກາງພັກ ສືບ​ຕໍ່​ມີ​ສະຕິ​ຮັບ​ຮູ້​ບົດບາດ ​ແລະ ທີ່​ຕັ້ງ​ສຳຄັນ​ຂອງ​ຕົນ, ປະຕິບັດ​ບັນດາ​ໜ້າ​ທີ່​ຄົ້ນຄວ້າ, ນຳສະ​ເໜີ​, ຕິດຕາມ​ກວດກາ. ພ້ອມ​ທັງ​ສຸມ​ໃສ່​ເຂົ້າ​ໃນ​ວຽກ​ງານ​ໃຫຍ່ 2 ປະການ​ໃນ​ປີ 2014 ນັ້ນ​ແມ່ນ ​ເຂົ້າ​ຮ່ວມ​ການ​ສະຫຼຸບ 30 ປີ​ແຫ່ງການ​ປ່ຽນ​ໃໝ່ ​ແລະ ກະກຽມ​ເອກະສານ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ພ້ອມ​ກັບ​ວຽກ​ງານ​ດັ່ງ​ກ່າວ, ຄະນະ​ເສດຖະກິດ​ສູນ​ກາງ ສືບ​ຕໍ່​ສ້າງ​ຖັນ​ແຖວ​ພະນັກງານ​ແມ່ນ​​ນັກ​ຊ່ຽວຊານ​ອັນ​ດັບ​ໜຶ່ງ​ທີ່​ມີລະດັບ​ມອງ​ກວ້າງ​ເຫັຍ​ໄກ​ ​ແລະ ມີຄວາມ​ຮູ້ຄວາມ​ເຂົ້າ​ໃຈສະພາບ​ຕົວ​ຈິງຢ່າງກວ້າງຂວາງ; ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ຜັນ​ຂະຫຍາຍ​ມະຕິ​ສູນ​ກາງພັກຄັ້ງ​ທີ 4 ຊຸດ​ທີ 11 ຕິດ​ພັນ​ກັບ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ.

ຂ່າວ/ບົດ​ອື່ນ