ຄະນະເສດຖະກິດສູນກາງເຮັດວຽກກັບກະຊວງກະສິກຳອິດສຣາແອນ

ຄະນະເສດຖະກິດສູນກາງເຮັດວຽກກັບກະຊວງກະສິກຳອິດສຣາແອນ - ảnh 1
(ຄະນະເສດຖະກິດສູນກາງ
ເຮັດວຽກກັບກະຊວງກະສິກຳອິດສຣາແອນ)


​(vovworld) - ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ອິດສຣາ​ແອນ, ວັນ​ທີ 29/06, ຢູ່​ນະຄອນຫຼວງ Tel Aviv, ທ່ານຫົວ​ໜ້າ​ຄະນະ​ເສດຖະກິດສູນ​ກາງ ​ເວື​ອງດິ່ງ​​ເຮ້ວ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ອິດສຣາ​ແອນ Uri Ariel, ​ເຂົ້າ​ຢ້ຽມ​ຂໍ່ານັບ​ຕາມ​ພິທີການ​ທູດ​ອະດີດ​ປະທານາທິບໍ​ດີອິດສຣາ​ແອນ Shimon Peres. ທ່ານ ເວື​ອງດິ່ງ​​ເຮ້ວ ​ໄດ້​ຂອບ​ໃຈ​ລັດຖະບານ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ອິດສຣາ​ແອນ ທີ່​ໄດ້​ຊ່ວຍ​ເຫຼືອ​ຫວຽດນາມ ​ໃນ​ໂຄງການ​ບຳລຸງ​ສ້າງ​ນັ​ກສຶກສາ​ຫວຽດນາມ ​ໃນ​ຂົງ​ເຂດ​ຊົນນະບົດ ​ແລະ ສະ​ເໜີ​ໃຫ້ 2 ຝ່າ​ຍຕີ​ລາຄາ​ໝາກຜົນ​ທີ່​ຍັງ​ຄົງ​ຄ້າງ, ຈຳກັດ ​ເພື່ອ​ສືບ​ຕໍ່​ປະຕິບັດ​​ໂຄງການດ້ວຍ​ຈຸດໝາຍ​​ຊ່ວຍ​ເຫຼືອ​ນັກ​ສຶກສາ​ຫວຽດນາມ ທີ່​ພວມຮໍ່າຮຽນ​ເຕັກ​ໂນ​ໂລ​ຊີ, ການຄຸ້ມ​ຄ​ອງທີ່ກ້າວ​ໜ້າ​ຂອງ​ອິດສຣາ​ແອນ​ໃຫ້​ເປັນ​ຢ່າງ​ດີ ​ແລະ ​ເຊື່ອມ​ຕໍ່​ພື້ນຖານ​ກະສິກຳ​ລະຫວ່າງ 2 ປະ​ເທດ. ທ່ານ Uri Ariel ຕີ​ລາຄາ​ສູງ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ຮ່ວມ​ມື​ຂອງ 2 ປະ​ເທດ​ໃນ​ຂົງ​ເຂດ​ພັດທະນາ, ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃໝ່… ທີ່​ການ​ຕ້ອນຮັບ​ທ່ານ ​ເວື​ອງດິ່ງ​​ເຮ້ວ, ທ່ານອະດີດ​ປະທານາທິບໍ​ດີ Shimon Peres ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ເລີ່​ມດຳ​ເນີນ​ການ​​ເຈ​ລະ​ຈາ​ສັນຍາ​ການຄ​້າ​ເສລີ FTA ອິດສຣາ​ແອນ - ຫວຽດນາມ ​ເພື່ອ​ເພີ່ີມທະວີ​ຂອບ​ຂະ​ໜາດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ - ການ​ລົງທຶນລະຫວ່າງ 2 ປະ​ເທດ. ທ່ານ ເວື​ອງດິ່ງ​​ເຮ້ວ ສະ​ເໜີ​ໃຫ້​ທ່ານ Shimon Peres, ດ້ວຍ​ອິດ​ທິພົນ​ຊື່​ສຽງ​ຂອງ​ຕົນ ສືບ​ຕໍ່​ຊຸດ​ຍູ້​​ເພີ່ມ​ທະວີ​ການ​ຮ່ວມ​ມື​​ດ້ານ​ເສດຖະກິດ​ລະ​ຫວ່າງ 2 ປະ​ເທດ, ສູ້​ຊົນ​ນຳ​ວົງ​ເງິນ​ຂາ​ອອກ - ຂາ​ເຂົ້າ​ຂອງ 2 ປະ​ເທດ​ຂຶ້ນ​ເຖິງ 2 ຕື້ USD ​ໃນ​ປີ 2015 ​ແລະ ​​ສູງ​ກວ່າ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.

ຂ່າວ/ບົດ​ອື່ນ