ຄະນະໂຄສະນາສຶກສາສູນກາງພັກຜັນຂະຫຍາຍໜ້າທີ່ປີ 2014

ຄະນະໂຄສະນາສຶກສາສູນກາງພັກຜັນຂະຫຍາຍໜ້າທີ່ປີ 2014 - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 02/01, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ ​ໄດ້​ຈັດ​ກອງ​ປະຊຸມ​ພະນັກງານ, ລັດຖະກອນ​ຂອງ​ອົງການ. ກອງ​ປະຊຸມ​ໄດ້​ຈັດ​ຕັ້ງ​ໂດຍ​ກົງ​ຜ່ານ​ເຄືອ​ຂາຍ​ອີນ​ເຕີ​ແນັດ​ຢູ່ 3 ສະຖານ​ທີ່​ຄື​ຮ່າ​ໂນ້ຍ, ນະຄອນ​ໂຮ່ຈິ​ມິນ ​ແລະ ດ່າ​ນັ້ງ. ​ເມື່ອຊີ້ນ​ຳກອງ​ປະຊຸມ, ທ່ານ​ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງພັກ, ຊີ້​ແຈ້ງວ່າ ປີ 2014 ຄະນະ​ໂຄສະນາ​ສຶກສາ​ສູນກາງພັກ ຄວນສຸມ​ໃສ່​ເປັນ​ເສນາ​ທິການ, ຊີ້​ນຳ​ການຈັດ​ຕັ້ງ​ປະຕິບັດບັນດາ​ຄຳ​ສັ່ງ, ມະຕິ​ຂອງ​ພັກ, ຊີ້​ນຳ​ການ​ເສີມ​ຂະ​ຫຍາ​ຍກຳລັງ​​ແຮງ​ສັງ​ລວມຂອງ​ບັນດາ​ກຳລັງ​ປະຕິບັດ​ວຽກ​ງານ​ໂຄສະນາຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​​ເພື່ອ​ກຳນົດ​​ແນວ​ຄິດ, ​ໂຄສະ​ນາ​​ເຜີຍ​ແຜ່ລັດຖະທຳ​ມະນູນ​ສະບັບ​ປັບປຸງຢ່າງ​ກວ້າງຂວາງ; ສືບ​ຕໍ່​ຍູ້​ແຮງ​ການ​ປະຕິບັດ​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ຊຸດ​ທີ 11 ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ຕິດ​ພັນ​ກັບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ເລື່ອງ​ສືບ​ຕໍ່​ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະ​ຕິ​ບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ແລະ ກະກຽມ​ກອງ​ປະຊຸມ​​ໃຫຍ່ຄັ້ງ​ທີ 12 ຂອງ​ພັກ​ຢ່າງຕັ້ງໜ້າ... ທ່ານ​ດິງ​ເທ໋ຮີນ ​ຕັກ​​ເຕື່ອນ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ຕ້ອງ​ມີ​ການ​ຄາດ​ຄະ​ເນ, ກຳ​ໄດ້​ສະພາບ​ການ​ສັງຄົມ, ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ເສນາ​ທິການ​ໃຫ້​ກົມ​ການ​ເມືອງ, ຄະນະ​ເລຂາສູນ​ກາງ​ພັກ ​ເພື່ອ​ກຳນົດ​ທິດ​ດ້ານ​ແນວ​ຄິດ​ຢ່າງ​ທັນ​ການ, ​ໂຄສະນາ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ບັນຫາ​ຮ້ອນ​ເຮັ່ງ, ສະດຸ​້ງ​ໄວໃນ​ບັນດາ​ຂົງ​ເຂດ​ທີ່​ກ່ຽວຂ້ອງ​​ໂດຍ​ກົງ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຄື​ທີ່​ດິນ, ສາທາລະນະ​ສຸກ, ການ​ສຶກສາ ​ແລະ ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ