ຄະນະໂຄສະນາສຶກສາສູນກາງໄຂກອງປະຊຸມຜູ້ລາຍງານເດືອນ 2/2017

 ຄະນະໂຄສະນາສຶກສາສູນກາງໄຂກອງປະຊຸມຜູ້ລາຍງານເດືອນ 2/2017 - ảnh 1
​ກອງ​ປະຊຸມ​ຜູ້​ລາຍ​ງານແຂວງ ກາເມົາ
(ພາບປະກອບ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 08/02 ຢູ່​ຮ່າ​ໂນ້ຍ ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ຈັດ​ຕັ້ງ​ກອງ​ປະຊຸມ​ຜູ້​ລາຍ​ງານ​ບັນດາ​ແຂວງ, ຄະນະ​ພັກ​ນະຄອນ, ຄະນະ​ພັກ​ຂຶ້ນ​ກັບ​ສູນ​ກາງ​​ເຂດພາກ​ເໜືອ​ເດືອນ 02/2017, ​ເພື່ອ​ແນ​ໃສ່​ແຈ້ງ​ສະຖານະ​ການ​ການ​ເມືອງ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ຍົກ​ອອກ​​ທິດ​ໂຄສະນາ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ລາຍ​ງານ​ກ່ຽວ​ກັບ​ຫົວ​ເລື່ອງ​ສະ​ເພາະຄຳ​ສັ່ງ​ເລກທີ 05 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ຍູ້​ແຮງ​ການ​ຮ່ຳຮຽນ, ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ ວິຖີ​ຊີວິດ​ປະທານ ​ໂຮ່ຈີ​ມິນ”, ຮອງ​ຫົວໜ້າ​ຄະນະຜູ້​ປະຈຳການ​ຄະນະ​ໂຄສະນາ​ສຶກສາ​ສູນກາງ ທ່ານ ມາຍ​ວັນ​ນິງ ຖື​ວ່າ: ​ເລື່ອງຍູ້​ແຮງ​ການ​ຮ່ຳຮຽນ, ປະຕິບັດ​ຕາມ​ແນວ​ຄິດ, ຄຸນສົມບັດ ວິຖີ​ຊີວິດ​ປະທານ ​ໂຮ່ຈີ​ມິນ, ​ພະນັກງານ, ສະມາຊິກ​ພັກ​​ແຕ່ລະຄົນຕ້ອງຝຶກ​ຝົນ​ຫຼໍ່​ຫຼອມ​ເອງ, ປັບປຸງ​ຕົນເອງ ​ເພື່ອ​ເຮັດ​ໃຫ້​ພັກ​ປອດ​ໄສ, ​ໝັ້ນຄົງເຂັ້ມ​ແຂງ. ກ່ຽວ​ກັບ​ຄຸນສົມບັດ, ສະມາຊິກ​ພັກ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ ​ເຖິງ​ການຍົກ​ສູງ​ຈິດ​ໃຈ​ຮັບຜິດຊອບ, ຕໍ່ສູ້​ໃຫ້​ພັກ, ​ໃຫ້ການ​ປະຕິວັດຕະຫລອດ​ຊີວິດ; ຮັກສາກົດ​ລະບຽບ​ພັກ​ໃຫ້​ໝັ້ນຄົງ, ປະຕິບັດ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ; ​ຮັບ​ໃຊ້​ປະຊາຊົນຢ່າງສຸດ​ຈິດ​ສຸດ​ໃຈ; ຍາມ​​ໃດ​ກໍ່ຕຳ​ໜິຕິ​ຊົ​ມຕົນ​ເອງ ​ແລະ ຕຳ​ໜິຕິ​ຊົ​ມ​ເພື່ອ​ນສະຫາຍ, ພ້ອມ​ກັນ​ກ້າວໜ້າ; ຕັ້ງໜ້າ, ຕື່ນ​ຕົວ​ສຳ​ເລັດ​ທຸກ​ໜ້າ​ທີ່​​ເຊິ່ງໄດ້​ຮັບ​ມອບ​ໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ