ຄ້າຍ​ພັກ​ແລ້ງ Obninsk 2019, ສະ​ຖານ​ທີ່​ເຊື່ອມ​ຕໍ່​ນັກ​ສ​ຶ​ກ​ສາ ຫວຽດ​ນາມ ຢ​ູ່ ສະ​ຫະ​ພັນ​ລັດ​ເຊຍ

(VOVWORLD) -ໃນລະຫວ່າງ ວັນທີ 14 – 15 ກັນຍາ, ຄ້າຍພັກແລ້ງ ນັກສຶກສາ ຫວຽດນາມ ຢູ່ ສະຫະພັນລັດເຊຍ ຄັ້ງທີ 4 ດ້ວຍຫົວຂໍ້ ຂີດໝາຍ ໄດ້ດຳເນີນຢູ່ເຂດພັກຜ່ອນບຳລຸງສຸຂະພາບ Ivolga, ແຂວງ Kaluga, ສະຫາພັນ ລັດເຊຍໂດຍມີການເຂົ້າຮ່ວມຂອງ ນັກສຶກສາເກືອບ 200 ຄົນທີ່ມາຈາກ ມະຫາວິທະຍາໄລຕ່າງໆໃນທົ່ວສະຫະພັນລັດເຊຍ.     
ຄ້າຍ​ພັກ​ແລ້ງ Obninsk 2019, ສະ​ຖານ​ທີ່​ເຊື່ອມ​ຕໍ່​ນັກ​ສ​ຶ​ກ​ສາ ຫວຽດ​ນາມ ຢ​ູ່ ສະ​ຫະ​ພັນ​ລັດ​ເຊຍ - ảnh 1ຄ້າຍພັກແລ້ງ Obninsk 2019  ມີການເຂົ້າຮ່ວມຂອງ ນັກສຶກສາເກືອບ 200 ຄົນທີ່ມາຈາກ ມະຫາວິທະຍາໄລຕ່າງໆໃນທົ່ວສະຫະພັນລັດເຊຍ 

ກ່າວຄຳເຫັນທີ່ຄ້າຍພັກແລ້ງ, ທ່ານ Aleksander Nakhabov, ຮອງຫົວໜ້າພະແນກຟິຊິກນິວເຄຼຍ ແລະ ເຕັກໂນໂລຢີ ສັງກັດມະຫາວິທະຍາໄລຄົ້ນຄ້ວາແຫ່ງຊາດກ່ຽວກັບ ນິວເຄຼຍ (MIFI), ໄດ້ສະແດງຄວາມເຄົາລົບນັບຖືຕໍ່ຈິດໃຈຮ່ຳຮຽນຢ່າງຈິງຈັງ, ກໍ່ຄືຄວາມເມົາມົວ, ຄວາມສຸດອົກສຸດໃຈຂອງບັນດານັກສຶກສາຫວຽດນາມໃນບັນດາໂຄງການທັດສະນະສຶກສາ. ທ່ານອວຍພອນໃຫ້ບັນດານັກສຶກສາ ມະຫາວິທະຍາໄລຄົ້ນຄ້ວາແຫ່ງຊາດກ່ຽວກັບນິວເຄຼຍ ແລະ ບັນດານັກສຶກສາເຂົ້າຮ່ວມຄ້າຍພັກແລ້ງຈົ່ງບັນລຸໄດ້ຜົນງານທີ່ດີໃນການຮ່ຳຮຽນ ແລະ ປະສົບຜົນສຳເລັດໃນຊີວິດ.

ເພື່ອນ ຫງວຽນດັ້ງງອກຢາວ, ນັກສຶກສາຮຽນປີທີ 4 ມາຈາກສະຖາບັນພາສາລັດເຊຍແຫ່ງຊາດ Pushkin ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດທີ່ໄດ້ເຂົ້າຮ່ວມຄ້າຍພັກແລ້ງ Obninsk, ແລະ ຮູ້ສຶກວ່າ ນີ້ແມ່ນການເຄື່ອນໄຫວທີ່ມີປະໂຫຍດຢ່າງແທ້ຈິງ. ເພື່ອນກ່າວວ່າ:

        ເຂົ້າຮ່ວມຄ້າຍພັກແລ້ງແມ່ນອະນຸສອນທີ່ລ້ຳເລີດເພື່ອໃຫ້ພວກນ້ອງຫວນຄືນກ່ຽວກັບປະເທດລັດເຊຍ, ກໍ່ຄືບັນດາເພື່ອນມິດຢູ່ລັດເຊຍ. ນີ້ແມ່ນບັນດາອະນຸສອນທີ່ບໍ່ອາດລືມໃນຊີວິດອະນາຄົດ.

        ໃນສອງວັນດຳເນີນຄ້າຍພັກແລ້ງ Obninsk 2019ນີ້ ໄດ້ນຳມາເຊິ່ງບັນດາອະນຸສອນທີ່ບໍ່ອາດລືມ ໃຫ້ແກ່ບັນດານັກສຶກສາຫວຽດນາມທີ່ມາຈາກທົ່ວປະເທດລັດເຊຍ ແລະ ສ້າງຂີດໝາຍອັນເລິກເຊິ່ງໃຫ້ນັກສຶກສາແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ