ຄ້າຍພັກແລ້ງວິທະຍາສາດ Odyssey ອາຊຽນ+3 ໃຫ້ເຍົາວະຊົນ ຄັ້ງທີ 6 (APT JSO-6)

(VOVWORLD) - ຄ້າຍພັກແລ້ງວິທະຍາສາດ Odyssey ອາຊຽນ + 3 ໃຫ້ເຍົາວະຊົນຄັ້ງທີ 6 (APT JSO-6) ດຳ ເນີນແຕ່ວັນທີ 11 – 15 ກໍລະກົດ ດ້ວຍຫົວຂໍ້ວ່າ “ພະລັງງານຜະລິດຄືນໃໝ່ໃຫ້ແກ່ຊີວິດອີນຊີ”
ຄ້າຍພັກແລ້ງວິທະຍາສາດ Odyssey ອາຊຽນ+3 ໃຫ້ເຍົາວະຊົນ ຄັ້ງທີ 6 (APT JSO-6) - ảnh 1 (ພາບປະກອບອິນເຕີແນັດ)

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທີ່ມີຄວາມໝາຍແທດຈິງ ຂ່ຳນັບຮັບຕ້ອນສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ ອາຊຽນ ໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສົມທົບກັບສູນ ອາຊຽນ + 3 ກ່ຽວກັບຄວາມເກັ່ງກ້າສາມາດວິທະຍາສາດ (ACGS) ຈັດຕັ້ງ. ເຂົ້າຮ່ວມ APT JSO-6 ມີຜູ້ແທນປະມານ 180 ຄົນມາຈາກບັນດາປະເທດ ອາຊຽນ + 3 ແລະ ຊູແອັດ. ທີ່ຄ້າຍພັກແລ້ງ, ພວກນ້ອງເຍົາວະຊົນໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍຄື: ການດຳເນີນຊີວິດດ້ານວິທະຍາສາດ, ການສອບເສັງທີ່ກ່ຽວຂ້ອງເຖິງຟີຊິກສາດ, ເຄມີສາດ, ຊີວະສາດ…ຄ້າຍພັກແລ້ງ APT JSO-6 ແມ່ນໂອກາດເພື່ອໃຫ້ເພື່ອນມິດສາກົນມີໂອກາດພົວພັນແລ້ກປ່ຽນ, ແບ່ງປັນບົດຮຽນໃນການຄົ້ນຄວ້າວິທະຍາສາດ; ພ້ອມທັງ ຊຸກຍູ້ຈິດໃຈເມົາມົວການຄົ້ນຄວ້າ, ຊອກຫາຄວາມຮູ້ດ້ານວິທະຍາສາດ.

ຕອບກັບ

ຂ່າວ/ບົດ​ອື່ນ