ຄ້າຍພັກແລ້ງໄວໜຸ່ມເຍົາວະຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດແລະໄວໜຸ່ມນະຄອນໂຮ່ຈິມິນ

ຄ້າຍພັກແລ້ງໄວໜຸ່ມເຍົາວະຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດແລະໄວໜຸ່ມນະຄອນໂຮ່ຈິມິນ - ảnh 1
ຄ້າຍ​ພັກ​ແລ້ງ​ໄວ​ໜຸ່ມ​ເຍົາວະ​ຊົນ​ຊາວ​ຫວຽດນາມ​
ອາ​ໄສ​ຢູ່​ຕ່າງປະ​ເທດ​ແລະ​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນ
(ພາບ: QĐND)


​​(vovworld) - ວັນ​ທີ 20/07, ຄະນະ​ກຳມະການ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະ​ຄອນ​ໂຮ່ຈິ​ມິ​ນ ​ໄດ້​ສົມທົບ​ກັບ​ຄະນະ​ຊາວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິ​ນ ຈັດ​ພິທີ​ໄຂ​ຄ້າຍ​ພັກ​ແລ້ງໄວ​ໜຸ່ມ​ເຍົາວະ​ຊົນ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ ແລະ ​ໄວ​ໜຸ່ມ​ນະຄອນ​ໂຮ່ຈິ​ມິນປີ 2015 ດ້ວຍ​ຫົວ​ຂໍ້​ວ່າ “ຫວຽດນາມ ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຂ້ອຍ”. ຄ້າຍ​ພັກ​ແລ້ງ​ຖືກ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 20 – 23/07, ດ້ວຍ​ການ​ເຂົ້າຮ່ວມ​ຂອງ​ໄວ​ໜຸ່ມ 60 ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດຄື: ອາ​ເມ​ລິ​ກາ, ຝລັ່ງ, ສິງກະ​ໂປ, ລາວ, ​ໄທ, ກຳປູ​ເຈຍ… ບັນດາໄວ​ໜຸ່ມ​ຈະ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ມີ​ຄວາມ​ໝາຍຖືກ​ຈັດ​ຂຶ້ນ​ຢູ່​ນະຄອນ​ໂຮ່ຈິ​ມິນ ​ແລະ ​ແຂວງ ​ເບັ໋ນ​ແຈ​ຄື: ຊອກ​ຮູ້​ປະຫວັດສາດ, ຫວນ​ຄືນ​ມູນ​ເຊື້ອ​ຂອງ​ຊາດ ​ໃນ​ຕະຫຼອດ​ຊຸມ​ປີ​ແຫ່ງ​ການຕໍ່​ສູ້​ຍາດ​ເອົາ​ເອກ​ກະລາດ​, ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ, ຢ້ຽມຢາມ​ຫໍພິພິດ​ຕະພັນບັ້ນ​ຮົບ​ໂຮ່ຈິ​ມິ​ນ. ​ນາງ ຫງວຽນ​ແຄ໋ງຮ່ວຽນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ໄທ ​ແບ່ງປັນ​ວ່າ.

      “ສຳລັບຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດ​ຄື​ນ້ອງ, ຄ້າຍ​ພັກ​ແລ້ງ​​ມີ​ຄວາມ​ໝາຍ​ຫຼາຍຢ່າງ. ​ເລື່ອງ​ໄປ​ຢ້ຽມຢາມ​ຫໍພິພິດ​ຕະພັນ, ຢ້ຽມຢາມ​ເຂດ​ດິນ​​ແດນ​ແຫ່ງປະຕິວັດ ​ໄດ້​ຊ່ວຍ​ໃຫ້​ພວກ​ນ້ອງ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ປະຕິວັດ​ຂອງ​ຫວຽດນາມ​ ​ແລະ ບັນດາ​ຜົນງານ​ເຊິ່ງຫວຽດນາມ​ບັນລຸ​ໄດ້. ຈາກ​ນັ້ນ ພວກ​ນ້ອງ​​​ເພີ່ມ​ນ້ຳ​ໃຈ​ຮັກ​ຊາດຫຼາຍກວ່າ ​ແລະ ຕັດສິນ​ໃຈ​ຮໍ່າຮຽນ, ຝືກຝົນ​ຫຼໍ່​ຫຼອມ​ເພື່ອ​ຊ່ວຍນຳ​ຜົນ​ປະ​ໂຫຍ​ດ​ມາ​ໃຫ້​ປະ​ເທດ​ຊາດ​ໃນ​ອະນາຄົດ”.

ຂ່າວ/ບົດ​ອື່ນ