ຄາດຄະເນການສົ່ງອອກສິນໃນນ້ຳປີ 2020 ບັນລຸປະມານ 8,6 ຕື້ USD

(VOVWORLD) - ຄາດຄະເນວ່າ ການສົ່ງອອກສິນໃນນ້ຳໃນປີ 2020 ຈະບັນລຸປະມານ 8,6 ຕື້ USD (ປີ 2019 ບັນລຸ 8,54 ຕື້ USD). 
ຄາດຄະເນການສົ່ງອອກສິນໃນນ້ຳປີ 2020 ບັນລຸປະມານ 8,6 ຕື້ USD - ảnh 1 (ພາບປະກອບ/TTXVN)

  ຕາມຕົວເລກສະຖິຕິຂອງສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP), ການສົ່ງອອກສິນໃນນ້ຳເດືອນ ພະຈິກ 2020 ເຕີບໂຕເປັນໜ້າປະທັບໃຈດ້ວຍລະດັບ 13% ເມື່ອທຽບໃສ່ໄລຍະດຽວກັນປີ 2019, ມູນຄ່າສົ່ງອອກບັນລຸ 868 ລ້ານ USD. ຍ້ອນມີການຟື້ນຟູໃນ 3 ເດືອນມໍ່ໆມານີ້, ການສົ່ງອອກສິນໃນນ້ຳຈຶ່ງບັນລຸໄດ້ກ່ວາ 7,8 ຕື້ USD, ເທົ່າກັບໄລຍະດຽວກັນປີ 2019.

        ຄາດຄະເນວ່າ ການສົ່ງອອກສິນໃນນ້ຳໃນປີ 2020 ຈະບັນລຸປະມານ 8,6 ຕື້ USD (ປີ 2019 ບັນລຸ 8,54 ຕື້ USD). ນີ້ແມ່ນໝາກຜົນລື່ນກາຍຄວາມຄາດຫວັງໃນສະພາບທີ່ໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນຢູ່ບັນດາຕະຫລາດສົ່ງອອກຕົ້ນຕໍຄື: ອາເມລິກາ, ສະຫະພາບເອີຣົບ (ອີຢູ).

ຕອບກັບ

ຂ່າວ/ບົດ​ອື່ນ