ຄາດຄະເນການສົ່ງອອກຫຼາຍປະເພດສິນຄ້າຈະເຕີບໂຕໃນໄຕມາດທ້າຍປີ

(VOVWORLD) - ທ່ານ ດັ້ງຟຸກງວຽນ, ເລຂາທິການໃຫຍ່ ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ຄາດຄະເນວ່າ: ແຕ່ນີ້ຮອດທ້າຍປີຍັງ 3 ເດືອນ, ແມ່ນເວລາມີງານບຸນ, ບຸນເຕັດ ດັ່ງນັ້ນການສົ່ງອອກ ຜັກ, ໝາກໄມ້ ຍັງສາມາດເຕີບໂຕ.
ຄາດຄະເນການສົ່ງອອກຫຼາຍປະເພດສິນຄ້າຈະເຕີບໂຕໃນໄຕມາດທ້າຍປີ - ảnh 1ທ່າກຳ່ປັ່ນ ກາດລ໋າຍ (ນະຄອນ ໂຮ່ຈີມິນ) 
(ພາບ:Danh Lam/TTXVN)

ຕາມການຄາດຄະເນຂອງຂະແໜງອຸດສາຫະກຳ - ການຄ້າແລ້ວ, ການເຄື່ອນໄຫວສົ່ງອອກຂອງ ໄຕມາດສຸດທ້າຍຂອງປີນີ້ ຈະສືບຕໍ່ເຕີບໂຕຍ້ອນ ເງິນເຟີ້ມີທ່າອ່ຽງຫລຸດລົງຢູ່ບັນດາພື້ນຖານເສດຖະກິດໃຫຍ່, ຄື: ອາເມລິກາ, ເອີລົບ...; ສິນຄ້າຄ້າງສາງພວມຫລຸດລົງ. ພ້ອມກັ້ນນັ້ນ, ຄວາມຕ້ອງການສິນຄ້າ ບໍລິໂພກ ກໍ່ເພີ່ມຂຶ້ນສູງໃນໂອກາດທ້າຍປີ; ຫວຽດນາມ ກໍ່ໄດ້ຮັບຜົນປະໂຫຍດຈາກເລື່ອງບັນດາບໍລິສັດ ນາໆຊາດ ເຄື່ອນຍ້າຍການຜະລິດມາຍັງ ຫວຽດນາມ. ຜູ້ຕາງໜ້າກົມສົ່ງອອກ - ນຳເຂົ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ໃຫ້ຮູ້ວ່າ: ບັນດາມາດຕະການຕັ້ງໜ້າ ແລະ ຄົບຊຸດເພື່ອແນໃສ່ແກ້ໄຂ ຄວາມຫຍຸ້ງຍາກເພື່ອໜູນຊ່ວຍການຜະລິດຢູ່ພາຍໃນປະເທດ, ສົ່ງເສີມການຄ້າ, ເປິດກ້ວາງຕະຫຼາດ ພາຍໃນປະເທດ ແລະ ການສົ່ງອອກໄດ້ເສີມຂະຫຍາຍຢ່າງແຮງ ດັ່ງນັ້ນການເຄື່ອນໄຫວສົ່ງອອກ ໃນໄລຍະຜ່ານມາໄດ້ຮັກສາການເຕີບໂຕຢ່າງຕໍ່ເນື່ອງ.

ທ່ານ ດັ້ງຟຸກງວຽນ, ເລຂາທິການໃຫຍ່ ສະຫະສະມາຄົມຜັກ, ໝາກໄມ້ ຫວຽດນາມ ຄາດຄະເນວ່າ: ແຕ່ນີ້ຮອດທ້າຍປີຍັງ 3 ເດືອນ, ແມ່ນເວລາມີງານບຸນ, ບຸນເຕັດ ດັ່ງນັ້ນການສົ່ງອອກ ຜັກ, ໝາກໄມ້ ຍັງສາມາດເຕີບໂຕ. ພິເສດ, ຊຸມເດືອນທ້າຍປີ ແມ່ນເວລາເກັບກ່ຽວຂອງໝາກໄມ້, ຜັກຫຼາຍປະເພດ ດ້ວຍປະລິມານໃນທົ່ວປະເທດປະມານ 7,6 ລ້ານໂຕນ. ດັ່ງນັ້ນ, ມູນຄ່າສົ່ງອອກຜັກ, ໝາກໄມ້ຈະສູງກ່ວາລະດັບສະເລ່ຍຂອງໄຕມາດກ່ອນ.

ໂດຍໄດ້ຕີລາຄາຄ້າຍຄືກັນ, ທ່ານ ທາງວັນທົງ, ຮອງຫົວໜ້າສະມາຄົມ ໄມ້ ຫວຽດນາມ, ໃຫ້ຮູ້ວ່າ: ວິສາຫະກິດໃນຂະແໜງນີ້ກໍ່ໄດ້ຮັບສັນຍານຕັ້ງໜ້າ ກ່ວາຈາກຄູ່ຮ່ວມມືຊື້ສິນຄ້າ. ບາງວິສາຫະກິດມີໃບ ສັ່ງຊື້ສິນຄ້າໃໝ່ ໄດ້ເລີ່ມຈັດຕັ້ງ ໃຫ້ກຳມະກອນເຮັດວຽກເພີ່ມຊົ່ວໂມງ ຫຼື ຮັບສະໝັກກຳມະກອນ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ