ຄາດຄະເນວ່າຈະມີຜູ້ມີສິດເລືອກຕັ້ງອາເມລິກາປະມານ146ລ້ານຄົນໄປປ່ອນບັດເລືອກຕັ້ງປະທານາທິບໍດີ

ຄາດຄະເນວ່າຈະມີຜູ້ມີສິດເລືອກຕັ້ງອາເມລິກາປະມານ146ລ້ານຄົນໄປປ່ອນບັດເລືອກຕັ້ງປະທານາທິບໍດີ - ảnh 1
(ພາບປະກອບ)

(vovworld) – ​ ວັນ​ທີ 08/11, ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ປະມານ 146 ລ້ານ​ຄົນ​ໃນ​ຈຳນວນຜູ້​ທີ່​ມີ​ສິດ​ເລືອກ​ຕັ້ງ​ທີ່ມີ​ເງື່ອນ​ໄຂ​​ຢ່າງ​ຄົບ​ຖ້ວນກ່ວາ 200 ລ້ານ​ຄົນ ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ 45 ຂອງ ອາ​ເມລິ​ກາ​ຢ່າງ​ເປັນ​ທາງ​ການ. ກ່ອນ​ທີ່​ດຳ​ເນີນ​ການ​ປ່ອນ​ບັດ​ຢ່າງ​ເປັນ​ທາງ​ການ 4 ວັນ, ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປະມານ 37 ລ້ານ​ຄົນ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງປະທານາທິບໍດີ​ຢູ່ 38 ລັດ​.

        ຕາມ​ບັນດາ​ການ​ຢ່ັງ​ຫາງ​ສຽງ​ໃໝ່​ລ້າ​ສຸດ​ແລ້ວ ​ໃນ​ຊຸມ​ວັນ​ສຸດ​ທ້າຍ​ຂອງ​ການຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ ທ່ານ​ນາງ Hillary Clinton ຂອງ​ພັກ​ປະຊາທິປະ​ໄຕ ພວມ​ນຳ​ໜ​້າຕໍ່​ຜູ້​ ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກສາ​ທາ​ລະນະ​ທ່ານ Donald Trump. ຕາມ​ການ​ສຳ​ຫລວດ​​ໃນ​ທົ່ວ​ປະ​ເທດ ອາ​ເມ​ລິ​ກາ ຄັ້ງ​ສຸດ​ທ້າຍ​ຂອງ NBC News ​ແລະ ວາລະສານຖະໜົນ Wall ​ແລ້ວ, ​ໃນ​ຈຳນວນຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 4 ຄົນ, ທ່ານ​ນາງ Hillary Clinton ​ໄດ້​ນຳ​ໜ້າ​ດ້ວຍ​ຈຳນວນ​ຜູ້​ສະໜັບສະໜູນ 44%, ທ່ານ Donald Trump ​ແມ່ນ 40%, ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງພັກ​ເສລີທ່ານ Gary Johnson​ ໄດ້ຮັບ​ບັດ​ສະໜັບ​ສະ​ນູນ 6% ​ແລະ ຜູ້​ ​ສະໝັກ​ຮັບ​ເລືອກ​ຕັ້ງ​ຂອງພັກຂຽວທ່ານ Jill Stein ​ໄດ້​ຮັບ​ບັດ​ສະໜັບສະໜູນ​ພຽງ 2% ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ