ຄາດ​ຄະ​ເນ​ແຜນ​​ການ​ເຕີບ​ໂຕ​ເສດ​ຖະ​ກິ​ດ ຫວຽດ​ນາມ ໄລ​ຍະ 2021 – 2025

(VOVWORLD) -ຖ້າຫາກໃນສະພາບການເຕີບໂຕເສດຖະກິດໂລກມີການຟື້ນຟູ ແລະ ໂລກລະບາດ ໂຄວິດ - 19 ຄ່ອຍໆຖືກດັບມອບນັ້ນ ລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ອາດຈະບັນລຸປະມານ 6,17% ແລະ CPI ສະເລ່ຍຢູ່ໃນລະດັບປະມານ 3,8%.
ຄາດ​ຄະ​ເນ​ແຜນ​​ການ​ເຕີບ​ໂຕ​ເສດ​ຖະ​ກິ​ດ ຫວຽດ​ນາມ ໄລ​ຍະ 2021 – 2025 - ảnh 1ກອງປະຊຸມສຳມະນາ “ເສດຖະກິດ ຫວຽດນາມ ໃນໄລຍະປານກາງ 2021 – 2025: ຟື້ນຟູ ແລະ ເພີ່ມທະວີຄວາມໄວ” (ພາບ: baoquocte.vn)

 ຕອນເຊົ້າວັນທີ 20 ມັງກອນ, ຢູ່ຮ່າໂນ້ຍ, ອົງການ ສປຊ ເພື່ອການພັດທະນາ (UNDP) ໄດ້ສົມທົບກັບສູນຂໍ້ມູນຂ່າວສານ ແລະ ຄາດສະເນສະພາບການເສດຖະກິດ - ສັງຄົມແຫ່ງຊາດ (ສັງກັດກະຊວງແຜນການ ແລະການລົງທຶນ ຫວຽດນາມ) ຈັດຕັ້ງກອງປະຊຸມສຳມະນາ “ເສດຖະກິດ ຫວຽດນາມ ໃນໄລຍະປານກາງ 2021 – 2025: ຟື້ນຟູ ແລະ ເພີ່ມທະວີຄວາມໄວ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນເນັ້ນໜັກວ່າ: ທິດທາງການພັດທະນາຂອງ ຫວຽດນາມ ໃນຊຸມປີຈະມາເຖິງ, ບໍ່ມີຫຍັງນອກເໜືອຈາກຄວາມມານະພະຍາຍາມ ເພື່ອຍູ້ໄວວິວັດແຫ່ງການຫັນປ່ຽນພື້ນຖານເສດຖະກິດ ເພື່ອສາມາດເພີ່ມທະວີຄວາມສາມາດແກ້ງແຍ້ງສາກົນ, ຄວາມສາມາດຮັບມື, ຮັບປະກັນຄວາມດຸ່ນດ່ຽງລະຫວ່າງ ເສດຖະກິດ, ສັງຄົມ ແລະ ຄວາມກົມກ່ຽວລະຫວ່າງມະນຸດກັບຈັກກະວານ.

        ຄາດຄະເນກ່ຽວກັບການເຕີບໂຕເສດຖະກິດໃນໄລຍະກາງ 2021 – 2025, ທ່ານປະລິນຍາເອກ, ດັ້ງດຶກແອັງ, ຮອງຜູ້ອຳນວຍການສູນຂໍ້ມູນຂ່າວສານ ແລະ ຄາດຄະເນສະພາບການເສດຖະກິດ - ສັງຄົມ ແຫ່ງຊາດ ໃຫ້ຮູ້ວ່າ, ການເຕີບໂຕເສດຖະກິດຂອງຫວຽດນາມ ໃນປີ 2021 ອາດຈະບັນລຸລະດັບສູງຄືເກົ່າ. ມີສອງແຜນການໄດ້ຍົກອອກມາ. ຕາມນັ້ນແລ້ວ, ໃນແຜນການພື້ນຖານ ໄດ້ສະແດງໃຫ້ເຫັນວ່າ, ຖ້າຫາກໃນສະພາບການເຕີບໂຕເສດຖະກິດໂລກມີການຟື້ນຟູ ແລະ ໂລກລະບາດ ໂຄວິດ - 19 ຄ່ອຍໆຖືກດັບມອບນັ້ນ ລະດັບການເຕີບໂຕເສດຖະກິດຂອງ ຫວຽດນາມ ອາດຈະບັນລຸປະມານ 6,17% ແລະ CPI ສະເລ່ຍຢູ່ໃນລະດັບປະມານ 3,8%.

        ເຖິງຢ່າງໃດກໍຕາມ, ໃນແຜນການອີກອັນໜຶ່ງ ທີ່ມີຄວາມປະເອີບໃຈກວ່າ ນັ້ນແມ່ນໃນເງື່ອນໄຂເສດຖະກິດໂລກໄດ້ຮັບການຟື້ນຟູໄວກວ່າຄາດຄະເນນັ້ນ, ການເຕີບໂຕ GDP  ຂອງ ຫວຽດນາມ ໃນປີ 2021 ອາດຈະບັນລຸ 6,72% ແລະ CPI ສະເລ່ຍຢູ່ໃນລະດັບປະມານ 4,2%.

ຕອບກັບ

ຂ່າວ/ບົດ​ອື່ນ