ຄາດ​ວ່າ ຈະ​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ແມ່​ນ 27 ຄົນ ຢູ່​ຫວຽດນາມ ​​​ໄດ້​ປະ​ກາດ​ຫາຍ​ດີ​ເປັນ​ປົກກະຕິ​

(VOVWORLD) -ໄລ່ຮອດຈຸດເວລານີ້, ຢູ່ຫວຽດນາມ ມີຜູ້ຕິດເຊື້ອ 122 ຄົນ ໄດ້ຫາຍດີເປັນປົກກະຕິ ແລະ ອອກໂຮງໝໍແລ້ວ ເຊິ່ງກວມເອົາ 50% ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ຫວຽດນາມ.

        ຕາມຂໍ້ມູນຂ່າວຈາກ ອະນຸກໍາມະການປິ່ນປົວ, ຄະນະຊີ້ນໍາວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ແຫ່ງຊາດ ແລ້ວ, ຄາດວ່າ ໃນວັນທີ 7 ເມສາ ຈະມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈໍານວນ 27 ຄົນ ທີ່ພວມປິ່ນປົວຢູ່ 6 ຮາກຖານສາທາລະນະສຸກຂອງຫວຽດນາມ ໄດ້ຮັບການປະກາດວ່າ ຫາຍດີເປັນປົກກະຕິ. ດັ່ງນັ້ນ, ໄລ່ຮອດຈຸດເວລານີ້, ຢູ່ຫວຽດນາມ ມີຜູ້ຕິດເຊື້ອ 122 ຄົນ ໄດ້ຫາຍດີເປັນປົກກະຕິ ແລະ ອອກໂຮງໝໍແລ້ວ ເຊິ່ງກວມເອົາ 50% ຈໍານວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ຫວຽດນາມ. ບັນດາກໍລະນີດັ່ງກ່າວ ຈະສືບຕໍ່ໄດ້ແຍກຕົວ ແລະ ຕິດຕາມອາການສຸຂະພາບຕາມກໍານົດ. ຕາມການລາຍງານຈາກອະນຸກໍາມະການປິ່ນປົວແລ້ວ, ຜູ້ຕິດເຊື້ອພະຍາດຈໍານວນ 123 ຄົນທີ່ຍັງເຫຼືອນັ້ນ ພວມໄດ້ຮັບການປິ່ນປົວຢູ່ 21  ຮາກຖານສາທາລະນະສຸກ ຢູ່ຫວຽດນາມ ແລະ ສ່ວນຫຼາຍແມ່ນມີອາການສຸຂະພາບເປັນປົກກະຕິ.


 

ຕອບກັບ

ຂ່າວ/ບົດ​ອື່ນ