ຄາດວ່າການທົດລອງວັກຊິນກັນໂຄວິດ-19 ຄັ້ງທີ 2 ຈະດຳເນີນກ່ອນກຳນົດເວລາຂອງແຜນການ 2 ເດືອນ

(VOVWORLD) - ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ກວດພົບກໍລະນີຕິດໄວຣັດ SARS-CoV-2 ສາຍພັນໃໝ່, ນີ້ແມ່ນສາຍພັນໃໝ່ໄດ້ຮັບການກວດພົບຢູ່ ອັງກິດ ໃນໄລຍະມໍ່ໆມານີ້. ກໍລະນີຕິດເຊື້ອດັ່ງກ່າວແມ່ນເພດຍິງ (ຄົນເຈັບທີ 1435), ເກີດປີ 1976, ບ້ານເກີດຢູ່ແຂວງ ຈ່າວິງ.
ຄາດວ່າການທົດລອງວັກຊິນກັນໂຄວິດ-19 ຄັ້ງທີ 2 ຈະດຳເນີນກ່ອນກຳນົດເວລາຂອງແຜນການ 2 ເດືອນ - ảnh 1(ພາບປະກອບ)

  ວັກຊິນກັນໂຄວິດ-19 ໂດຍສະຖາບັນວັກຊິນ ແລະ ຢາຊີວະພາບທາງການແພດ (IVAC) ຫວຽດນາມ ຄົ້ນຄວ້າ, ໄດ້ຮັບການທົດລອງໃນສັດມາແລ້ວ ເບື້ອງຕົ້ນວັກຊິນມີຜົນປອດໄພ, ສາມາດຕ້ານທານກັນພະຍາດຢູ່ສູງຢູ່ໃນສັດ. ສະຖາບັນວັກຊິນ ແລະ ຢາຊີວະພາບ ໄດ້ສະເໜີໃຫ້ກະຊວງສາທາລະນະສຸກ ອະນຸຍາດການສັກທົດລອງໃສ່ຄົນໃນເດືອນ ມັງກອນ ປີ 2021, ກ່ອນກຳນົດເວລາຂອງແຜນການ 2 ເດືອນ.

   ນີ້ແມ່ນວັກຊິນຊະນິດທີ 2 ຂອງ ຫວຽດນາມ ທີ່ໄດ້ສັກທົດລອງໃສ່ຄົນ, ພາຍຫລັງວັກຊິນ Nanocovax ຂອງບໍລິສັດ Nanogen ໄດ້ທົດລອງສັກໃສ່ຄົນໄລຍະ 1 ເມື່ອວັນທີ 10 ທັນວາ 2020.

     ໃນເຫດການທີ່ກ່ຽວຂ້ອງ, ສະຖາບັນ Pasteur ນະຄອນໂຮ່ຈີມິນ ໄດ້ກວດພົບກໍລະນີຕິດໄວຣັດ SARS-CoV-2 ສາຍພັນໃໝ່, ນີ້ແມ່ນສາຍພັນໃໝ່ໄດ້ຮັບການກວດພົບຢູ່ ອັງກິດ ໃນໄລຍະມໍ່ໆມານີ້. ກໍລະນີຕິດເຊື້ອດັ່ງກ່າວແມ່ນເພດຍິງ (ຄົນເຈັບທີ 1435), ເກີດປີ 1976, ບ້ານເກີດຢູ່ແຂວງ ຈ່າວິງ.

ຕອບກັບ

ຂ່າວ/ບົດ​ອື່ນ