ຄາດວ່າທ່ານນາງH.Clintonຈະເຂົ້າຮ່ວມການຂົນຂວາຍຫາສຽງເລືອກຕັ້ງໃນທ້າຍອາທິດນີ້

ຄາດວ່າທ່ານນາງH.Clintonຈະເຂົ້າຮ່ວມການຂົນຂວາຍຫາສຽງເລືອກຕັ້ງໃນທ້າຍອາທິດນີ້ - ảnh 1
ທ່ານ​ນາງ Hilary Clinton
(ພາບປະກອບ: AP)

(vovworld) - ວັນ​ທີ 13/09, ຊ່ອງ​ໂທລະພາບ MSNBC ຂອງ ອາ​ເມ​ລິ​ກາ ​ໄດ້ຄັດ​ສະ​ເໜີ​ແຈ້ງ​ການ​ຂອງ​ຄະນະບັ້ນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ພັກ​ປະຊາທິປະ​ໄຕ ທ່ານ​ນາງ Hilary Clinton ​ໃຫ້​ຮູ້​ວ່າ: ທ່ານ​ນາງຈະ​ກັບ​ຄືນມາ ​ແລະ ມີໜ້າ​ໃນ​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ທີ່​ດຳ​ເນີນ​ໃນ​ວັນ​ທີ 16/09 ຈະ​ມາ​ເຖິງ. ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ Clinton ​ໄດ້​ຂຶ້ນ​​ແຜນ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ເຫດການ “ບັນດາ​ບັນຫາ​ຂອງ​ແມ່ຍິງ​ຜີວ​ດຳ​” ຈະ​ດຳ​ເນີນ​ໄປ​ຢູ່ ວໍ​ຊິງ​ຕັນ ​ໃນ​ວັນ​ທີ 16/09 ຈະ​ມາ​ເຖິງ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ​ແຈ້ງ​ການ​ດັ່ງ​ກ່າວ​ກໍ່​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ແຜນ​ດຳ​ເນີນ​ງານ​ອາດ​ຈະມີ​ການ​ປ່ຽນ​ແປງ​ໃນ​ກໍລະນີ​ທ່ານ​ນາງ Clinton ຮູ້ສຶກ​ວ່າ​ບໍ່​ສະບາຍ.


ຂ່າວ/ບົດ​ອື່ນ